ອະນຸຍາດການລົງທຶນ ຢູ່ ສປປ ລາວ ເປັນປົກກະຕິໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້

ຕາມບົດຖະແຫຼງຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ໃນວັນທີ 10 ພຶດສະພາ 2021 ໃນຫົວຂໍ້: “ໃນໄລຍະການລະບາດຂອງພະຍາດໂຄວິດ 19 ກະຊວງແຜນການ ແລະ ການລົງທຶນ ໄດ້ມີການອໍານວຍຄວາມສະດວກໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດແນວໃດແດ່” ວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2020 ລັດຖະບານໄດ້ໃຫ້ບູລິມະສິດຄວາມສໍາຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ກັບເສດຖະກິດ ສປປ ລາວ ແລະ ໄດ້ອອກ 10 ນະໂຍບາຍ ແລະ 9 ມາດຕະການທາງດ້ານເສດຖະກິດຕາມຂໍ້ຕົກລົງວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ສະບັບເລກທີ 31 /ນຍ ລົງວັນທີ 02 ເມສາ 2020 ມາຮອດປັດຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້ ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ ເຖິງຢ່າງໃດກໍ່ຕາມ ຫຼາຍຂະແໜງ ການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ-19 ຮອບໃໝ່ ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້.

ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍຄືການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ນີ້ ທາງກະຊວງແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້:

  1. ໄດ້ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19  ກະຊວງ ແຜນການ ແລະ ການລົງທຶນ ໄດ້ສືບຕໍ່ຊຸກຍູ້ໃຫ້ບັດດາວິສາຫະກິດຕ່າງໆໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງພາກສ່ວນກ່ຽວຂ້ອງໄດ້ວາງອອກ ພ້ອມທັງຊຸກຍູ້ໃຫ້ບັນດາວິສາຫະກິດຕ່າງໆໃຫ້ສາມາດດໍາເນີນກິດຈະການຂອງຕົນເອງໄດ້ ເປັນຕົ້ນແມ່ນໂຄງການໄຟຟ້າ ໂຄງການບໍ່ແຮ່ ໂຄງການທາງລົດໄຟ ທາງດ່ວນ ພ້ອມທັງການອໍານວຍຄວາມສະດວກໃຫ້ນໍາເຂົ້າຊ່ຽວຊານ ແລະ ແຮງງານຕ່າງປະເທດເຂົ້າມາຮັບໃຊ້ໃນໂຄງການຕ່າງໆຕາມກໍານົດເວລາ ໂດຍໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດໂຄວິດ-19 ຢ່າງເຂັ້ມງວດ.
  2. ກະຊວງແຜນການ ແລະ ການລົງທຶນ ກໍໄດ້ອອກແຈ້ງການສະບັບເລກທີ 0449/ກຜທ.ຫຂສພ.05 ຄັ້ງວັນທີ 27 ເມສາ 2021 ວ່າດ້ວຍການດໍາເນີນກິດຈະການຂອງບັນດາໂຮງງານ ບໍລິສັດ ຫ້າງຮ້ານໃນເຂດເສດຖະກິດພິເສດ ພ້ອມທັງໃຫ້ແຕ່ລະເຂດສືບຕໍ່ການຈັດຕັ້ງປະຕິບັດມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະ ໂຮງງານຕັດຫຍີບ ແລະ ໂຮງງານຜະລິດເກີບໃນເຂດເສດຖະກິດພິເສດ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການເລກທີ 0323/ອຄ.ກອຫ ຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ ສໍາລັບກິດຈະການອື່ນໆ ທີ່ເຄື່ອນໄຫວຢູ່ໃນເຂດເສດຖະກິດພິເສດ ສືບຕໍ່ຈັດຕັ້ງປະຕິບັດມາດຕະການສະກັດກັ້ນທີ່ ກະຊວງ ຜທ ວາງອອກຢ່າງເດັດຂາດ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າວິສາຫະກິດຈໍານວນໜຶ່ງກໍ່ໄດ້ຢຸດການເຄື່ອນ ໄຫວ ແລະ ປິດກິດຈະການຊົ່ວຄາວ ແຕ່ກໍມີຈໍານວນໜຶ່ງສືບຕໍ່ດຳເນີນກິດຈະການ ເນື່ອງຈາກວ່າມີການຕິດພັນກັບ ສັນຍາຜູກພັນກັບຄູ່ຄ້າ ແຕ່ກໍ່ໄດ້ປະຕິບັດມາດຕະການຕາມຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ການສິດຢາຂ້າເຊື້ອ ວັດແທກອຸນນະພູມ ໃສ່ຜ້າອັດປາກ-ດັງ ເຈວລ້າງມື ແລະ ສັບປ່ຽນຜຽນກັນເພື່ອທໍາການຜະລິດ ຮັກສາໄລຍະຫ່າງຢ່າງເຄັ່ງຄັດ ພ້ອມທັງປຸກລະດົມໃຫ້ກໍາມະກອນເຂົ້າໃຈສະພາບ ແລະ ໄປກວດກາສຸຂະພາບ ພ້ອມທັງສິດຢາວັກຊີນຕາມຄະນະສະເພາະກິດວາງອອກ.
  3. ສໍາລັບນະໂຍບາຍດ້ານການເງິນ ຕໍ່ກັບຜູ້ລົງທຶນ ຫົວໜ່ວຍທຸລະກິດໃດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ບໍລິສັດມີການຂາດທຶນ ຜູ້ດໍາເນີນທຸລະກິດທີ່ເສຍອາກອນກໍາໄລຕາມລະບົບການຖືບັນຊີ ທີ່ມີການຂາດທຶນໃນປີ ໂດຍມີການຢັ້ງຢືນຈາກອົງການກວດສອບບັນຊີ ຫຼື ບໍລິສັດກວດສອບບັນຊີເອກະລາດ ແລະ ມີການຮັບຮູ້ຈາກຂະແໜງການສວຍສາອາກອນ ແມ່ນມີສິດຍົກເງີນຂາດທຶນດັ່ງກ່າວໄປຫັກອອກຈາກກໍາໄລຂອງປີຖັດໄປ ພາຍໃນເວລາຫ້າປີຕິດຕໍ່ກັນ ສໍາລັບທຸລະກິດກ່ຽວກັບການປູກຝັງ ລ້ຽງສັດທີ່ຂາດທຶນຍ້ອນເກີດພະຍາດລະບາດ ຫຼື ໄພພິບັດຈາກທໍາມະຊາດ ມີສິດຍົກເງິນຂາດທຶນດັ່ງກ່າວໄປຫັກອອກຈາກກໍາໄລຂອງປີຖັດໄປບໍ່ເກີນ 10 ປີ ເມື່ອໝົດກໍານົດແລ້ວ ເງິນຂາດທຶນທີ່ຍັງຫັກບໍ່ໝົດນັ້ນ ຈະບໍ່ອະນຸຍາດໃຫ້ຫັກຕໍ່ໄປອີກ ຍົກເວັ້ນກິດຈະການທີ່ມີລາຍຮັບ ຫຼື ກໍາໄລ ຫຼັງຈາກການລົງທຶນເກີນກວ່າຫ້າປີ. ອີງຕາມມາດຕາທີ 23 ການຍົກເງີນຂາດທຶນປະຈໍາປີ ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ ລົງວັນທີ 18 ມີຖຸນາ 2019.
  4. ພ້ອມກັນນີ້ ໃນການແກ້ໄຂບັນຫາຕ່າງໆທາງດ້ານເສດຖະກິດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງແຜນການ ແລະ ການລົງທຶນ ນໍາໂດຍພະນະທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນຫົວໜ້າຄະນະສະເພະກິດດັ່ງກ່າວ ໄດ້ລົງໄປຢ້ຽມຢາມຕິດຕາມຊຸກຍູ້ແກ້ໄຂບັນຫາບັນດາຫົວໜ່ວຍທຸລະກິດ ແລະ ຮັບຄໍາຮ້ອງຮຽນຈາກຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ໃນການແກ້ໄຂບັນຫາຕ່າງໆ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດຜ່ານຜ່າບັນຫາຂໍ້ຫຍຸ້ງຍາກຕ່າງໆໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊີ້ນໍາການແກ້ໄຂພາຍຫຼັງການແຜ່ລະບາດສິ້ນສຸດລົງ.
  5. ສໍາລັບວຽກງານການອໍານວຍຄວາມສະດວກໃຫ້ຜູ້ລົງທຶນເປັນຕົ້ນແມ່ນວຽກການບໍລິການການລົງທຶນ ໂດຍຜ່ານຫ້ອງການບໍລິການການລົງທຶນປະຕູດຽວ ພວກເຮົາຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິ ນັກລົງທຶນສາມາດດາວໂຫຼດເອົາແບບຟອມຢູ່ເວັບໄຊຂອງກົມສົ່ງເສີມການລົງທຶນ ແລະ ສາມາດຢື່ນແບບຟອມຢູ່ຫ້ອງການປະຕູດຽວຂອງກົມສົ່ງເສີມການລົງທືນ ໂດຍອີງຕາມຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ກະຊວງແຜນການ ແລະ ການລົງທຶນ ໄດ້ມີແຈ້ງການ ແລະ ອອກຂໍ້ຕົກລົງໃຫ້ພະນັກງານແບ່ງກັນມາປະຈໍາການ ສ່ວນການຈັດກອງປະຊຸມກັບຂະແໜງການ ແລະ ທ້ອງຖິ່ນແມ່ນມີທັງຮູບແບບກອງປະຊຸມທາງໄກ (ອອນລາຍ) ແລະ ຮູບແບບພົບປະກັນເຊຶ່ງໜ້າ ເຊິ່ງຈໍາກັດຈໍານວນຜູ້ເຂົ້າຮ່ວມ ແລະ ຮັກສາໄລຍະຫ່າງຕາມມາດຕະການປ້ອງກັນພະຍາດໂຄວິດ-19  ພ້ອມນີ້ ກໍໄດ້ຈັດຕັ້ງປະຕິບັດວຽກງານປີນອ້ອມດັ່ງນີ້:
  1. ຂະບວນການຄົ້ນຄວ້າການຂໍອະນຸຍາດການລົງທຶນ ເວລາທີ່ພວກເຮົາໄດ້ຮັບເອກະສານຂໍລົງທຶນຕ່າງໆ ພວກເຮົາກໍໄດ້ສົ່ງຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງເປັນປົກກະຕິ.
  2. ກອງປະຊຸມວິຊາການເພື່ອຄົ້ນຄວ້າສະເໜີຂໍອະນຸມັດໂຄງການ  ແມ່ນໄດ້ຈັດເປັນປົກກະຕິທັງໃນຮູບແບບເຊີນຂະ   ແໜງການເຂົ້າຮ່ວມແບບຊ້ອງໜ້າ ແບບອອນລາຍກັບຂະແໜງ ແລະ ທ້ອງຖິ່ນ.
  3. ໃນດ້ານນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍການນໍາເຂົ້າວັດຖຸດິບ ວັດຖຸປະກອນ ແລະ ກົນຈັກ ແມ່ນສືບຕໍ່ໃຫ້ນະໂຍບາຍສົ່ງເສີມຕາມປົກກະຕິ ຜູ້ລົງທຶນສາມາດມາຍື່ນສະເໜີແຜນນໍາເຂົ້າປະຈໍາປີ ເພື່ອມາດໍາເນີນການຜະລິດທຸລະກິດຂອງຕົນເອງໄດ້ຕະຫຼອດເວລາວັນລັດຖະການ ແຕ່ຮູບແບບການຈັດກອງປະຊຸມກັບຂະແໜງການແມ່ນເຊັນດຽວກັນກັບກອງປະຊຸມຄົ້ນຄວ້າໂຄງການຂໍລົງທຶນ. ພວກເຮົາຈະສົ່ງຂໍຄໍາເຫັນຈາກຂະແໜງການເພື່ອມີຄໍາເຫັນ ໃນສ່ວນນຶ່ງ ໂດຍອີງຕາມຄໍາເຫັນຂອງຂະແໜງການທີ່ສົ່ງມາແມ່ນສາມາດພິຈາລະນາອະນຸມັດການສະເໜີຂອງຜູ້ລົງທຶນໄດ້ເລີຍ ແລະ ອີກສ່ວນນຶ່ງແມ່ນຈະໄດ້ຈັດກອງປະຊຸມວິຊາການແບບທາງໄກ (ອອນລາຍ) ເຊັ່ນດຽວກັນກັບການອະນຸມັດໂຄງການ ເພື່ອໃຫ້ນະໂຍບາຍສົ່ງເສີມການລົງທຶນ ຍົກເວັ້ນວັດຖຸດີບ ອຸປະກອນກົນຈັກຕ່າງໆໄດ້ທັນກໍານົດເວລາ.
  4. ນອກຈາກນີ້ ຍັງໄດ້ອໍານວຍຄວາມສະດວກໃນການຄົ້ນຄວ້າ ແລະ ພິຈາລະນາອະນຸມັດອອກໜັງສືອະນຸຍາດການຄໍ້າປະກັນເອົາສິນຄ້າອອກຈາກດ່ານກ່ອນ (IM8) ໜັງສືອະນຸຍາດລົບລ້າງປ້າຍພາຫະນະທີ່ໄດ້ຮັບນະໂຍບາຍ ໜັງສືອະນຸຍາດນໍາອອກຄືນສຳລັບວັດຖຸປະກອນ ແລະ ພາຫະນະ ໜັງສືຕໍ່ອາຍຸການນໍາເຂົ້າຊົ່ວຄາວສຳລັບວັດຖຸປະກອນ ແລະ ພາຫະນະ ໃຫ້ແກ່ບັນດາວິສາຫະກິດກໍານົດເວລາພາຍໃນ 5 ວັນລັດຖະການ.
  5.  ວຽກງານການໃຫ້ບໍລິການອໍານວຍຄວາມສະດວກເຂົ້າ-ອອກ ວີຊາ (visa) ຂອງນັກທຸລະກິດຕ່າງປະເທດ ພວກເຮົາກໍ່ຍັງສືບຕໍ່ໃຫ້ການບໍລິການຕາມກົນໄກແບບປົກກະຕິ ພຽງແຕ່ຕ້ອງໄດ້ຜ່ານຄະນະສະເພາະກິດສະກັດກັ້ນ ແລະ ຄອບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ອະນຸມັດສາກ່ອນ. ການເຂົ້າມາຂອງນັກລົງທຶນຕ້ອງໄດ້ເຂົ້າດ່ານທີ່ກໍານົດໃຫ້ສະເພາະ ແລະ ພາຍຫຼັງເຂົ້າມາ ສປປ ລາວ ແລ້ວ ແມ່ນຕ້ອງໄດ້ກັກໂຕ ໃຫ້ຄົບຕາມກໍານົດເວລາທີ່ຄະນະສະເພາະກິດວາງອອກສາກອນ ຈຶ່ງຈະສາມາດເຂົ້າມາເຮັດວຽກໄດ້ຕາມປົກກະຕິ.
  6.  ວຽກງານຕິດຕາມຄຸ້ມຄອງການຈັດຕັ້ງປະຕິບັດຊຸກຍູ້ທຸລະກິດໃນໂຄງການຕ່າງໆ ແມ່ນບັນດາຂະແໜງການ ແລະ ທ້ອງຖິ່ງ ເປັນຜູ້ຈັດຕັ້ງປະຕິບັດ ແລະ ຕິດຕາມ ຖ້າມີບັນຫາ ແມ່ນໃຫ້ລາຍງານສູນກາງເພື່ອຮັບຊາບ ແລະ ຈັດກອງປະຊຸມທາງໄກເພື່ອແກ້ໄຂໃຫ້ທັນເວລາ. 

ສັງລວມແລ້ວ ການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ ພຽງແຕ່ພວກເຮົາໄດ້ນໍາໃຊ້ລະບົບອອນລາຍເຂົ້າມາຊ່ວຍໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນລົງ ເພື່ອຮັກສາໄລຍະຫ່າງ ສ່ວນນະໂຍບາຍສະໜັບສະໜູນການລົງທຶນ ເລີ່ມຕັ້ງແຕ່ຂັ້ນຕອນການອະນຸຍາດການລົງທຶນ ໃບອະນຸຍາດການລົງທຶນ ເອກະສານຂໍ້ຕົກລົງ ໃບອະນຸຍາດນໍາເຂົ້າວັດຖຸປະກອນ ກົນຈັກ ນະໂຍບາຍດ້ານວິຊາ ແລະ ການປະສານງານກັບຂະແໜງ ການຕ່າງໆ ແມ່ນພວກເຮົາຍັງຈັດຕັ້ງປະຕິບັດປົກກະຕິ.

error: Content is protected !!