ສປປ ລາວ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີແລ້ວ 237 ຄົນ

    ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 10 ພຶດສະພາ 2021 ວ່າ: ໃນວັນທີ 9 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.429 ຕົວຢ່າງ ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 25 ຄົນ ລາຍລະອຽດຄື: ນະຄອນຫຼວງ 6 ຄົນ ຈໍາປາສັກ 1 ຄົນ ບໍ່ແກ້ວ 15 ຄົນ ສະຫວັນນະເຂດ 3 ຄົນ ເຊິ່ງປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ 1.327 ຄົນ ໄດ້ຮັບການປິ່ນປົວຫາຍດີທັງໝົດ 237 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1.089 ຄົນ.

     ສຳລັບຄົນເຈັບຕິດເຊື້ອໃໝ່ ມີ ນະຄອນຫຼວງ 6 ຄົນ ຈໍາປາສັກ 1 ຄົນ ບໍ່ແກ້ວ 15 ຄົນ ສະຫວັນນະເຂດ 3 ຄົນ ໃນຜູ້ຕິດເຊື້ອໃໝ່ 25 ຄົນນີ້ ມີກໍລະນີນຳເຂົ້າ 5 ກໍລະນີ ໃນນັ້ນ ຈາກແຂວງສະຫວັນນະເຂດ 3 ຄົນ ຈຳປາສັກ 1 ຄົນ ເຊິ່ງເປັນແຮງງານລາວທີ່ກັບມາ ແລະ 1 ຄົນ ຈາກນະຄອນຫຼວງວຽງຈັນ ເປັນຄົນຕ່າງປະເທດທີ່ມານຳຖ້ຽວບີນພິເສດ ເຫຼືອນັ້ນແມ່ນຕິດເຊື້ອພາຍໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າ.

    ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກ ຮອດປັດຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 158.945.401 ຄົນ ເສຍຊິວິດສະສົມ 3.305.957 ຄົນ ແລະ ປີ່ນປົວຫາຍດີ 137.335.335 ຄົນ ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍຍັງ ແມ່ນ ສະຫະລັດອາເມຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ ຕາມລໍາດັບ.

# ຂ່າວ & ພາບ :  ວຽງມາ

error: Content is protected !!