ວັນທີ 10 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໄດ້ມີ 3 ພາກສ່ວນ ໄດ້ມອບເງິນຊ່ວຍວຽກປ້ອງກັນພະຍາດໂຄວິດ-19ໃຫ້ ນວ ກ່າວຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ຫົວໜ້າຄະນະສະເພາະກິດ ຄວບຄຸມ ປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຂັ້ນ ນວ ເຊິ່ງ 3 ພາກສ່ວນປະກອບມີ ທະນາຄານຮ່ວມພັດທະນາ 100 ລ້ານກີບ ກ່າວມອບໂດຍທ່ານ ວິໄລ ສີພາພອນ ຜູ້ອຳນວຍ ການໃຫຍ່ທະນາຄານຮ່ວມພັດທະນາ ສະມາຄົມຊາວຈີນພົ້ນທະເລ 50 ລ້ານກີບ ກ່າວມອບໂດຍທ່ານ ເລັ່ງ ສະຫວັນວາລີ ປະທານສະມາຄົມຊາວຈີນພົ້ນທະເລ ແລະ ທີມງານອ້າຍນ້ອງເພື່ອນແທ້ 21,5 ລ້ານກີບ.

# ຂ່າວ & ພາບ : ສົມສະຫວັນ