ວັນທີ 9 ພຶດສະພາ 2021 ຢູ່ສະໜາມບິນສາກົນຫຼວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະຊ່ຽວຊານ ສປ ຈີນ ທີ່ເດີນທາງມາຊ່ວຍແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ ໂດຍການຕ້ອນຮັບຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ມີຄະນະສະເພາະກິດແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.


ໂອກາດນີ້ ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ກໍໄດ້ປະຊຸມຮ່ວມກັບຄະນະສະເພາະກິດແຂວງຫຼວງພະບາງ ພ້ອມທັງໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫຼວງພະບາງ ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄຳຄິດເຫັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງຈາກທີມແພດທີ່ພວມປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫຼວງພະບາງ.
ພາຍຫຼັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫຼວງພະບາງແລ້ວ ຄະນະແພດ ແລະ ຊ່ຽວຊານ ສປ ຈີນ ຍັງຈະເດີນທາງໄປເຮັດວຽກຮ່ວມກັບຄະນະສະເພາະກິດ ແລະ ທີມແພດທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອຕື່ມອີກ.

# ຂ່າວ & ພາບ : ສະບາໄພ