ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຖະແຫຼງຂ່າວໃຫ້ຮູ້ວັນທີ 9 ພຶດສະພາ 2021ວ່າ: ວັນທີ 8 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 6.827 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 69 ຄົນ ໃນນີ້ ນະຄອນຫຼວງ 16 ຄົນ ຈໍາປາສັກ 3 ຄົນ ບໍ່ແກ້ວ 46 ຄົນ ແລະ ສະຫວັນນະເຂດ 4 ຄົນ.

ມາຮອດປັດຈຸບັນ ສປປ ລາວ ມີລາຍງານຜູ້ຕິດເຊື້ອທັງໝົດ 1.302 ຄົນ (ໃໝ່ 69) ເສຍຊີວີດ 1 ຄົນ ເປັນຄົນສັນຊາດຫວຽດນາມ ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີທັງໝົດ 232 ຄົນ (ວັນທີ 8 ພຶດສະພາ ປິ່ນປົວຫາຍດີ 78 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ ແລະ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1.069 ຄົນ.
# ຂ່າວ & ພາບ : ຂັນທະວີ ພິມມະສອນ