ພວກເຮົາຍັງປະເຊີນກັບການລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ເຊີ່ງໄດ້ແຜ່ລາມເປັນວົງກວ້າງ ມີຜູ້ຕິດເຊື້ອແລ້ວໜຶ່ງພັນກ່ວາຄົນ ທີ່ກະຈາຍເກືອບທຸກແຂວງໃນທົ່ວປະເທດ ແລະ ໄດ້ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ທຸກພາກສ່ວນຢູ່ໃນສັງຄົມ ເພື່ອຮັບມືຕ້ານກັບການແຜ່ລະບາດນັ້ນ ການໂຄສະນາໃຫ້ສັງຄົມເຂົ້າໃຈ ແລະ ເຂົ້າຮ່ວມ ແມ່ນວຽກໜຶ່ງຈຳເປັນ ສຳຄັນ ແລະ ຮີບດ່ວນ.

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 9 ພຶດສະພາ 2021ວ່າ: ຕໍ່ສະພາບການດັ່ງກ່າວນັ້ນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍຄືຄະນະສະເພາະກິດ ໜ່ວຍງານໂຄສະນາ ກໍໄດ້ສຸມໃສ່ເຮັດໜ້າທີ່ໂຄສະນາຜ່ານທຸກພາຫະນະ ແລະ ເວທີທີ່ມີຢູ່ໃນການຄຸ້ມຄອງຂອງຕົນ ທັງສື່ແບບເກົ່າ ແລະ ແບບໃໝ່ ແຕ່ສູນກາງຮອດທ້ອງຖິ່ນ ໂດຍໄດ້ເຜີຍແຜ່ເນື້ອໃນຄຳສັ່ງ ແຈ້ງການ ບົດແນະນຳຕ່າງໆຂອງພັກ ຂອງລັດ ແລະ ຂອງຄະນະສະເພາະກິດ ການເຄື່ອນໄຫວຕ່າງໆ ລວມທັງຜົນກະທົບຕໍ່ເສດຖະກິດ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ມາດຕະການການຊ່ວຍເເຫຼືອ ແລະ ການຊ່ວຍເຫຼືອຂອງເພື່ອນມິດ ແລະ ການກຽມຄວາມພ້ອມໃນດ້ານຕ່າງໆດ້ວຍຄວາມວ່ອງໄວທັນການ ທັງວິທະຍຸ ໂທລະພາບ ໂທລະໂຄ່ງ ແລະ ໜັງສືພິມ ທີ່ມີລະບົບອອນລາຍໄດ້ຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນແຕ່ລະວັນ ເຮັດໃຫ້ປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ວ່ອງໄວ ແລະ ກ້ວາງຂວາງ.

ມາຮອດມື້ນີ້ ຍ້ອນປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຖືກຕ້ອງ ທັນການ ແລະ ພ້ອມກັນປະຕິບັດຕາມທິດຊີ້ນຳຄຳສັ່ງ ແຈ້ງການ ບົດແນະນຳຕ່າງໆ ຈິ່ງເປັນສ່ວນໜຶ່ງທີ່ຊ່ວຍເຮັດໃຫ້ການແຜ່ລະບາດມີທ່າອ່ຽງຫຼຸດລົງ ແຕ່ຄຽງຄູ່ກັນນັ້ນ ມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມສ້າງຂ່າວ ແລະ ພາບປອມແປງພິກປີ້ນຄວາມເປັນຈິງ ອອກຜ່ານສື່ສັງຄົມອອນລາຍ ທີ່ໄດ້ສ້າງຄວາມປັ່ນປ່ວນແຕກແຍກຄວາມສາມັກຄີຢູ່ໃນສັງຄົມ. ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິໃນການຕິດຕາມ ແລະ ຮັບຂໍ້ມູນຂ່າວສານຢ່າງມີການໄຕ່ຕອງພິຈາລະນາ ແລະ ບໍ່ຄວນສົ່ງຂໍ້ຕໍ່ມູນຂ່າວສານທີ່ບໍ່ຖືກຕ້ອງນັ້ນອອກໄປ ເຊິ່ງຈະເປັນການລະເມີດກົດໝາຍສື່ມວນຊົນ ແລະ ຈະຖືກປະຕິບັດວິໄນຕາມທີ່ກົດໝາຍໄດ້ກຳນົດໄວ້ ພວກເຮົາກໍ່ໄດ້ມີໜ່ວຍງານຕິດຕາມກວດກາໃນແຕ່ລະວັນເປັນປະຈຳ ເພື່ອດຳເນີນການຕໍ່ກັບຂໍ້ມູນຂ່າວສານທີ່ປອມແປງ ແລະ ບຸກຄົນທີ່ກະທຳຜິດນັ້ນ ສະນັ້ນ ຂໍໃຫ້ທຸກຄົນສືບຕໍ່ຕິດຕາມຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ ຈາກແຫຼງຂ່າວ ແລະ ສື່ຂ່າວທີ່ເປັນທາງການ ຕໍ່ໄປນີ້ ພວກເຮົາຈະໄດ້ພະຍາຍາມສຸດຄວາມສາມາດ ນຳເອົາຂໍ້ມູນຂ່າວສານມາເຜີຍແຜ່ໃຫ້ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ປວງຊົນຮັບຮູ້ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຕາມຄຳສັ່ງຂອງລັດຖະບານ ກໍຄືຄຳແນະນຳຂອງຄະນະສະເພາະກິດວາງອອກ.
ຄຽງຄູ່ກັບການປະຕິບັດໜ້າທີ່ທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງ ຖວທ ກໍຍັງໄດ້ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆຂອງຄະນະສະເພາະກິດວາງອອກ ເປັນຕົ້ນ ແມ່ນໄດ້ອອກແຈ້ງການໃຫ້ປິດຊົ່ວຄາວ ຮ້ານກິນດື່ມ ຮ້ານບັນເທີງ ຄາຣາໂອເກະ ການຈັດງງານລ້ຽງ ການຈັດງານບຸນປະເພນີ ແລະ ຄຳແນະນຳ ແຈ້ງການຕ່າງໆ ເຖິງຂະແໜງການທີ່ກະຊວງຮັບຜິດຊອບ ເຊິ່ງກໍ່ເຫັນວ່າໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຮ້ານບັນເທີງ ຮ້ານກິນດື່ມຈຳນວນໜຶ່ງ ທີ່ຍັງຝ່າຝືນ ບໍ່ປະຕິບັດຕາມແຈ້ງການ ເຊິ່ງທາງຄະນະຮັບຜິດຊອບຢູ່ແຕ່ລະທ້ອງຖິ່ນກໍໄດ້ຕັກເຕືອນ ແລະ ປະຕິບັດວິໄນໄປແລ້ວ ສະນັ້ນ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ ເພື່ອພ້ອມກັນປ້ອງກັນບໍ່ໃຫ້ເປັນບ່ອນທີ່ພາໃຫ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕື່ມອີກ.
ການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ ມີຄວາມຈຳເປັນຕ້ອງໄດ້ປິດເມືອງ ເຊິ່ງກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ກັບບັນຫາດັ່ງກ່າວນີ້ ພວກເຮົາກໍສຸດທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ພະຍາຍາມສຸດຂີດ ໃນການຊອກຊ່ອງທາງຊ່ວຍເຫຼືອຫຼຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງວັດທະນະທຳ ແລະ ທ່ອງທ່ຽວ.
ໃນໄລຍະທີ່ຜ່ານມາ ທາງກະຊວງໄດ້ເກັບກຳເອົາຂໍ້ມູນຜົນກະທົບ ກໍຄືຂໍ້ສະເໜີຂອງຜູ້ປະກອບການ ແລະ ໄດ້ນຳສະເໜີຕໍ່ຄະນະສະເພາະກິດແກ້ໄຂຜົນກະທົບທາງດ້ານເສດຖະກິດພິຈາລະນາ ຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ປັດຈຸບັນ ພວກເຮົາຍັງໄດ້ສືບຕໍ່ຄົ້ນຄວ້າບັນຫາໃຫ້ລະອຽດເປັນອັນສະເພາະ ເພື່ອແກ້ໄຂໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ ເພາະວ່າການປະກອບການ ແລະ ແຮງງານໃນທຸລະກິດທ່ອງທ່ຽວ ໄດ້ຕິດພັນກັບຫຼາຍຂະແໜງການ ຈິ່ງຈະຕ້ອງໄດ້ມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ເຊິ່ງຮຽກຮ້ອງເວລາພໍສົມຄວນ.
ສ່ວນການຊ່ວຍເຫຼືອແກ້ໄຂຜົນກະທົບໃນບາງດ້ານນັ້ນ ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງ ກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ: ຫຼຸດຄ່ານໍ້າ ຄ່າໄຟ ຫຼຸດດອກເບ້ຍ ຫຼື ໂຍະຍານຜ່ອນຜັນແກ່ຍາວເວລາໃນການຊໍາລະ ເຫຼົ່ານີ້ເປັນຕົ້ນ. ສ່ວນການຟື້ນຟູໃນຕໍ່ໜ້າ ພວກເຮົາກໍໄດ້ມີທິດທາງແຜນການຈຳນວນໜຶ່ງໄວ້ແລ້ວ ທີ່ໄດ້ສະເໜີລັດຖະບານ ແລະ ຂໍການຮ່ວມມືຊ່ວຍເເຫຼືອຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເປັນຕົ້ນ: ແມ່ນຫາແຫຼ່ງທຶນເພື່ອມາຟື້ນຟູ ພັດທະນາທຸລະກິດດ້ານການທ່ອງທ່ຽວ ສ້າງແຜນກິດຈະກຳຫຼາຍຮູບແບບ ສົ່ງເສີມລາວທ່ຽວລາວ ພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການແຜ່ລະບາດມາທ່ຽວລາວ ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫຼາຍຮູບການ ແລະ ອື່ນໆ ສ່ວນລາຍລະອຽດແຕ່ລະແຜນການ ຫຼືມາດຕະການໃດທີ່ໄດ້ຮັບການຮັບຮອງຈັດຕັ້ງປະຕິບັດນັ້ນ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.
.
# ຂ່າວ & ພາບ : ຂັນທະວີ ພິມມະສອນ