6 ພາກສ່ວນ ມອບເຄື່ອງ ແລະ ​ເງິນ​ຊ່ວຍ​ເຫຼືອ​ຕ້ານ​ໂຄ​ວິດ-19

    ວັນທີ 7 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ມີ 6 ພາກສ່ວນ ໄດ້ນຳເອົາເຄື່ອງ ແລະ ເງິນ​ ມາມອບຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລວມມູນຄ່າເກືອບ 3 ຕື້ກວ່າກີບ (1 ແສນບາດ) ແລະ ວັກ​ຊີນ 30.000 ໂດ​ສ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ຄວບຄຸມ ສະ ກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. 

    ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກລັດຖະ ມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. 

    ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 5 ພາກ​ສ່ວນ ຄື: ບໍລິສັດ ແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ສະ​ໜັບ​ສະ​ໜູນວັກຊີນກັນພະ​ຍາດໂຄວິດ-19 ຈຳນວນ 30 ພັນໂດສ ທະນາຄານຮ່ວມພັດທະນາ (JDB) ມອບ​ການ​ຊ່ວຍ​ເຫຼືອ ລວມມູນ ​ຄ່າ 2,5 ຕື້​ກີບ ໃນ​ນີ້ ເປັນອຸປະກອນການແພດໃຫ້ກະຊວງສາທາລະນະສຸກ ມູນຄ່າ 400 ລ້ານ ກີບ ແລະ ເງິນຈໍານວນ 2,1 ຕື້ກີບ ໃນ​ນີ້ ອບໃຫ້ຄະນະສະເພາະກິດຂັ້ນສູນກາງ 1 ຕື້ກີບກະຊວງປ້ອງກັນປະເທດ 300 ລ້ານກີບ ແລະ ສ່ວນ​​ທີ່​ເຫຼືອ ມອບ​ໃຫ້ນະຄອນຫຼວງວຽງຈັນ ແລະ ແຂວງຈຳນວນໜຶ່ງ; ສະພາການຄ້າຫູໜານປະຈໍາ ສປປ ລາວ ມອບເງິນຈໍານວນ 231,95ລ້ານກີບ ແລະ ອຸປະກອນການແພດ ມູນຄ່າ 174 ລ້ານກີບ ລວມມູນຄ່າທັງໝົດ 405,95 ລ້ານກີບ ບໍລິສັດ ຄູໂບຕ້າລາວ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 1 ແສນບາດ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ມອບຜ້າອັດປາກ-ດັງ ເຈວລ້າງມື ເຫຼົ້າຂ້າເຊື້ອ ແລະ ນໍ້າດື່ມ ລວມມູນຄ່າ 14 ລ້ານກີບ. 

    ນອກ​ຈາກ​ນີ້ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ໄດ້ມອບເຄື່ອງອຸປະກອນໄອທີ (IT) ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມູນ​ຄ່າ 350 ລ້ານ​ກີບ ເພື່ອນຳໃຊ້ເຂົ້າໃນວຽກງານການເປັນເສນາທິການ ປະສານງານ ແລະ ບໍລິການຮັບໃຊ້ລັດຖະບານ ເວົ້າລວມ ເວົ້າສະເພາະກໍແມ່ນນຳໃຊ້ເຂົ້າໃນວຽກງານ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງກ່າວຮັບການຊ່ວຍເຫຼືອ ແລະ ສະແດງຄວາມຂອບໃຈຕໍ່ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ແມ່ນທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະມົນຕີ ໂດຍການເປັນສັກຂິພິຍານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ຄະນະສະເພາະກິດ. 

    ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຂອບໃຈ ​ແລະ ຊົມ​ເຊີຍຕໍ່ບັນດາພາກສ່ວນທີ່​ໄດ້ປະກອບສ່ວນມອບການຊ່ວຍເຫຼືອ ໃນຄັ້ງນີ້.​ ພ້ອມທັງຕີລາຄາການປະກອບສ່ວນດັ່ງກ່າວ ບໍ່​ວ່າ​ຈະ​ເປັນ​ຈໍາ​ນວນ​ເທົ່າ​ໃດ ແມ່ນ​ມີ​ຄຸນ​ຄ່າ ​ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນປັດຈຸບັນ ສະແດງເຖິງສະຕິ​ຕື່ນ​ຕົວ​ທາງ​ການ​ເມືອງ ຄວາມເສຍສະຫຼະ ຄວາມເອື້ອເຟື້ອເພື່ອແຜ່ ຄວາມເປັນຫ່ວງ ເປັນໄຍ  ຄວາມສາມັກຄີເປັນເອກະພາບ ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ປະ​ເທດ​ຊາດ ໂດຍສະເພາະ ຜູ້ທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມ​ທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ​ ແລະ ​ເງິນຊ່ວຍ​ເຫຼືອດັ່ງກ່າວໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະ​ໂຫຍດ​ສູງ​ສຸດ ໂດຍສະເໜີໃຫ້ບັນດາພາກສ່ວນທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ​ແລະ ຊຸກຍູ້-ສົ່ງ​ຂ່າວ ການນຳໃຊ້ເຄື່ອງ ແລະ ເງິນຊ່ວຍ​ເຫຼືອດັ່ງກ່າວໃຫ້ມີຄວາມໂປ່ງໃສ ໄປຮອດໄປເຖິງເປົ້າໝາຍ ສອດຄ່ອງກັບເນື້ອໃນຈິດໃຈຂອງການຊ່ວຍເຫຼືອຢ່າງແທ້ຈິງ.

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!