ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວັນທີ 8 ພຶດສະພາ 2021ວ່າ:ກ່ຽວກັບການປະຕິບັດນະໂຍບາຍສິນເຊື່ອຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ເບື້ອງທະນາຄານກາງ ມີຂໍ້ຕົກລົງເລກທີ 238 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນນີ້ພື້ນຖານພວກເຮົາໄດ້ກໍານົດບັນດາ 3 ນະໂຍບາຍໃໝ່ຄື:ເລື່ອນການກໍານົດການຊໍາລະໜີ້ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບໂດຍກົງ ການຫຼຸດອັດຕາດອກເບ້ຍຄ່າທໍານຽມ ແລະ ການປ່ອຍກູ້ໃໝ່ເພື່ອຟື້ນຟູການຜະລິດ ແແລະ ສົ່ງເສີມການຜະລິດ ຖືວ່າ 3 ນະໂຍບາຍໃໝ່ນີ້ໄດ້ມີການຈັດຕັ້ງປະຕິບັດ ແຕ່ແນ່ນອນມັນຈະບໍ່ທົ່ວເຖິງ ແຕ່ພວກເຮົາຈະພະຍາຍາມຊຸກຍູ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນສືບຕໍ່ໃນການປະຕິບັດນະໂຍບາຍດັ່ງກ່າວ ນອກນີ້ ຈະໄດ້ຄົ້ນຄວ້າລະອຽດຕື່ມ ກ່ຽວກັບນະໂຍບາຍຕໍ່ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ທີ່ເປັນເງິນເດືອນທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນການໄປໃຊ້ບໍລິການເງິນກູ້ເພື່ອການຊົມໃຊ້ ເປັນຕົ້ນ ການກູ້ຍືມເພື່ອໄປຊື້ພາຫະນະລົດ ຕູ້ເຢັນ ແລະ ອຸປະກອນຊົມໃຊ້ ຫຼືການບໍລິການໃຫ້ເຊົ່າສິນເຊື່ອ (ເຊົ່າຊື້ລົດ ຫຼື ເຊົ່າຊື້ຕ່າງໆໃນຮູບແບບບໍລິສັດເຊົ່າສິນເຊື່ອ) ເຊິ່ງບັນດາບໍລິສັດເຫຼົ່ານີ້ ໄດ້ພິຈາລະນາຄົ້ນຄວ້າໃນການປ່ອຍກູ້ແມ່ນອີງໃສ່ເງິນເດືອນເປັນພື້ນຖານຊໍາລະໜີ້ ໃນເມື່ອເຂົາເຈົ້າໄດ້ຮັບຜົນກະທົບ ເປັນຕົ້ນ ຖືກຈໍາກັດບໍ່ໄດ້ໄປເຮັດວຽກ ບໍ່ມີລາຍຮັບ ຫຼື ບໍລິສັດຖືກປິດກິດຈະການຕ່າງໆ ເນື່ອງຈາກຜົນກະທົບ ເຂົາເຈົ້າບໍ່ມີເງິນຊໍາລະ ພວກເຮົາຈະໄດ້ມີການແນະນໍາໃຫ້ມີກຳນົດເວລາໃນການເລື່ອນຊໍາລະໜີ້ໃຫ້ແກ່ລູກຄ້າດັ່ງກ່າວ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ