ເປັກ ບຸນ​ມະນີ ພົມມະ​ສານ ສ້າງສັນ​ຜົນງານ​ເພງ​ໃໝ່ ເພື່ອໃຫ້ກຳລັງໃຈແກ່ບັນດາແພດໝໍ

    ນັກຮົບທາງ​ດ້ານ​ວັດທະນະທຳ ເປັກ ບຸນ​ມະນີ ພົມມະ​ສານ ສິລະ​ປິນນັກ​ຮ້ອງ  ຄ້າຍ​ເພງ​ທີ​ເຄຊາວ​ ລາວ  ສ້າງສັນ​ຜົນງານ​ເພງ​ໃໝ່ຫຼ້າ​ສຸດ ​ເພື່ອ​ເປັນການ​ຊຸກ​ຍູ້ ​ແລະ ​ໃຫ້ກຳລັງ​ໃຈຈຸ​ບັນດາ​​ແພດ​ໝໍ​ທີ່ກຳລັງ​ສຸມ​ໃສ່​ກວດກາ ​ແລະ ປິ່ນປົວຄົນ​ເຈັບ​ທີ່​ຕິດ​ເຊື້ອ​ໂຄ​ວິດ 19 ​ໃນ​ປັດຈຸບັນ.

 ​   ເປັກ ບຸນ​ມະນີ ພົມມະ​ສານ ​ເປັນ​ສິລະ​ປິນນັກ​ຮ້ອງ ສັງກັດ​ຄ້າຍ​ເພງ​ທີ​ເຄຊາວ ​ລາວ ພະນັກງານ​ຢູ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ກໍ່ເປັນ​ບຸກຄົນ​ໜຶ່ງ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ລັດຖະບານ ​ໃຫ້​ຢູ່​ເຮືອນ​ເພື່ອ​ບໍ່​ໃຫ້​ເຊື້ອ​ພະຍາດ​ແຜ່ລະບາດຮ້າຍ​ແຮງ​ແຜ່ລາມ​ ​ແລະ ກໍ່ໄດ້ຕິດຕາມ​ຂ່າວ​ຄາວ ສະພາບການ​ແພ່​ລະບາດໂຄ​ວິດ 19 ຜູ້​ກ່ຽວກໍ່​ໄດ້​ເຫັນ​ວ່າ ບັນດາ​ແພດ​ໝໍ​ພວມ​ປິ່ນປົວ​ຄົນ​ເຈັບ​ທີ່​ຕິດ​ເຊື່ອ​ໂຄ​ວິດ 19 ພວມ​ສຸມ​ໃສ່​ປິ່ນປົວ​ຄົນ​ເຈັບດັ່ງກ່າວ ກໍ່ໄດ້​ສ້າງສັນ​ບົດ​ເພງຈຳນວນສອງ​ເພງ ​ເພື່ອ​ເປັນ​ກຳລັງ​ໃຈ​ແພດ​ໝໍ ຄື: ​ເພງ: ​ ​ນາງ​ຟ້າເທວະ​ບຸດຊຸດ​ຂາວ ​ແລະ ​ເພງ: ​ເຫັນ​ນັກຮົບ​ຊຸດ​ຂາວ​ ຊາວ​ລາວ​ອຸ່ນ​ໃຈ ເພງດັ່ງກ່າວ​ນີ້​ ແມ່ນ​ຮ່ວມ​ກັນ​​ແຕ່ງລະຫວ່າງ ​ເປັກ ບຸນ​ມະນີ ພົມມະ​ສານ ​ແລະ ທ່ານ ພອນ​ສະຫວັນ ພັນທະ​ວິຈິດ ນັກ​ຂຽນ​ລາງວັນ​ຊີ​ໄຣ ປະຈຳ​ປີ 2016 ​ໂດຍ​ມີ​ຄວາມ​ຕັ້ງ​ໃຈ​ວ່າ​ເພງ​ດັ່ງກ່າວ​ຈະ​ເປັນ​ສຽງ​ເພງຜ່ອນຄາຍ​ບັນ​ເທົາຄວາມ​ອິດ​ເມື່ອຍ​​ໃຫ້​ແພດ​ໝໍ​ທີ່​ພວມ​ສຸມ​ໃສ່​ປິ່ນປົວ​ຄົນ​ເຈັບ​ໂຄ​ວິດ-19 ​ໃນຂະນະ​ນີ້ ສອງ​ບົດ​ເພງ​ດັ່ງກ່າວ​ໄດ້​ບັນ​ລະ​ຍາຍ​ເຖິງຄວາມ​ອົດທົນ​ພາກ​ພຽນ​ສູ້​ຊົນ​ ​ເສຍ​ສະລະຊີວິດ​ສ່ວນ​ຕົວ​ຂອງ​ແພ​ດໝໍ​ລາວ ທີ່​ປິ່ນປົວ​ຄົນ​ເຈັບ​ໂຄ​ວິດ-19 ບົດ​ເພງ​ດັ່ງກ່າວ ​ໄດ້​ຍົກຍ້ອງ​ແພດ​ໝໍປຽບ​ເໝືອນນາງ​ຟ້າ​ເທວະ​ບຸດ​ຊຸດ​ຂາວ ​ແລະ ວິລະ​ຊົນ​ຂອງຊາດ​ລາວເຮົາ ​ ເພາະສະນັ້ນ ພວກເຮົານັກ​ຮົບ​ທາງ​ດ້ານ​ວັດທະນະທຳ ກໍເອົາສຽງເພງວັດທະນະທຳລາວ​ເປັນ​ກໍາລັງ​ໃຈ​ໃຫ້​ແພດ​ໝໍ ​ເພື່ອ​ເປັນ​ການ​ຜ່ອນຄາຍ ​ແລະ ຕໍ່ສູ້​ກັບ​ແນວ​ຄິດ​ທໍ້ຖອຍ​ຂອງ​ເຂົາ​ເຈົ້າ ນັກຮົບ​ດ້ານ​ວັດທະນະທຳ ​ມັນ​ຕິດ​ພັນ​ກັບ​ການ​ຂະຫຍາຍຕົວ​ຂອງ​ປະ​ເທດ​ຕາມ​ສະພາບ​ການ​ຕົວ​ຈິງ ​ແລະ ຕາມ​ເຫດການ​ທີ່​ເກີດ​ຂຶ້ນ​ຕ່າງໆຂອງ​ປະ​ເທດ​ເຮົາ. ​

    ໃນ​ໄລຍະ​ສະພາບ​ການລະບາດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ນີ້ ບັນດາ​ຫ້ອງ​ອັດ​ສຽງ​ແມ່ນ​ປິດ ສະ​ນັ້ນ ການ​ອັດ​ສຽງ​ແມ່ນ​ເປັນ​ການ​ສ່ຽງ​ໄພ​ຕິດ​ເຊື້ອ​ພະຍາດ ​ແຕ່​ກໍ​ໄດ້ຕັດສິນ​ໃຈສ້າງສັນ​ຜົນງານ​ເພງ​ອອກ​ມາ​ຮັບ​ໃຊ້​ສັງຄົມ ເປັນ ບຸນ​ມະນີ ພົມມະ​ສານ ​ແລະ ທ່ານ ​ພອນ​ສະຫວັນ ພັນທະ​ວິຈິດ ຜູ້​ປະພັນ​ເພງ ນັກ​ປະພັນ ຍັງ​ມີທ່ານ ສົມ​ພົງ ສີ​ສຸວັນນະ​ວົງ ຜູ້​ສ້າງສັນ​ດົນຕີ ​ແມ່ນ​ເອີ້ນ​ວ່າ​ແມ່ນ​ການ​ຕັດສິນ​ໃຈ​ໃນ​ການ​ຜະລິດ​ເພງ​ດັ່ງກ່າວ​ນີ້. ​

    ໄລຍະ​ຜ່ານ​ມາ ປີ 2020 ລາວ​ເຮົາ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ ກໍ່ໄດ້​ມີ​ຜົນງານ​ເພງປຸກລະດົມ ​ແລະ ​ເພງ​ໃຫ້​ກຳລັງ​ແພດ​ໝໍ ຈຳນວນ 3 ​ເພງຄື: ນັກຮົບ​ເສື້ອ​ຂາວ ປະພັນ​ໂດຍ: ທ່ານ ພອນ​ສະຫວັນ ພັນທະ​ວິຈິດ ເພງ:​ ໂຄ​ວິດ 19 ຮ້ອງ​ ແລະ ປະພັນ​ໂດຍ: ​ເປັກ ບຸນ​ມະນີ ພົມມະ​ສານ ເພງ: ນາງ​ແພດ​ປະຕິວັດ ຮ້ອງ​ໃໝ່​ໂດຍ: ​ເປັກ​ບຸນ​ມະນີ ພົມມະ​ສານ ປະພັນ​ໂດຍ ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສິລະ​ປິນ​ແຫ່ງ​ຊາດ. ຂໍ​ຝາກ​ຜົນງານ​ທັງ​ສອງ​ເພງ​ໃໝ່​ນີ້ ​ເພື່ອ​ເປັນ​ກຳລັງ​ໃຈ​​ໃຫ້ກັບ​ແພດ​ໝໍ​ທີ່ກຳລັງ​ປະຕິບັດ​ໜ້າ​ທີ່​ກວດກາ ​ແລະ ປິ່ນ​ປົວ​ຄົນ​ເຈັບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໃຫ້​ມີ​ກຳລັງ​ໃຈ​ທີ່​ເຂັ້ມ​ແຂງ ​ຜ່ານ​ຜ່າ​ອຸປະສັກ ​ແລະ ສົງຄາມ​ຊີວະ​ພາບ ​ໃຫ້​ຜ່ານ​ພົ້ນ. 

     ຜົນງານ​ດັ່ງກ່າວ​ ສຳ​ເລັດ​ໄດ້​ເກໍ​ຍ້ອນ​ນໍ້າ​ໃຈ​ຂອງທ່ານນາງ ​ເພັດ​ສະໝອນ ປະທານ​ບໍລິສັດ​ເພັດ​ຖາວອນ​ກໍ່ສ້າງ ​ແລະ ບໍລິສັດ ຜະລິດ​ຢາ CBF ບໍລິສັດ ຊີ​ບີ​ເອຟ ຟາຣມາ ຈຳກັດ ​ໃຫ້ການ​ສະໜັບສະໜູນ. ຂໍ​ຝາກ​ຜົນງານ​ສອງ​ເພງ​ນີ້ ​ໃຫ້​ໄດ້​ນຳ​ໃຊ້​ໃຫ້​ສັງຄົມ ​ແລະ ​ເປັນ​ກຳລັງ​ໃຈ​ໃຫ້​ແພດ​ໝໍ​ລາວ​ທຸກ​ທ່ານ​ໃນ​ທົ່ວ​ປະ​ເທດ ຂໍ​ຂອບ​ໃຈ. ​

error: Content is protected !!