ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການການລະບາດຂອງພະຍາດ COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021 ທີ່ກະຊວງສາທາລະນະສຸກ.

ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 1.233 ຄົນ ບໍ່ມີຜູ້ເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີທັງໝົດ 150 ຄົນ (ວັນທີ 7 ພຶດສະພາ 2021 ມີຄົນເຈັບອອກໂຮງໝໍ 28 ຄົນຄື: ນະຄອນຫຼວງວຽງຈັນ (ນວ) 16 ຄົນ ວຽງຈັນ 3 ຄົນ ຄຳມ່ວນ 1 ຈຳປາສັກ 3 ຄົນ ແລະ ແຂວງສາລະວັນ 5 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ 1.083 ຄົນ.

ສຳລັບມື້ນີ້ ມີຜູ້ຕິດເຊື້ອໃໝ່ 28 ຄົນ ໃນນີ້ ຢູ່ ນວ 8 ຄົນ ຈຳປາສັກ 3 ຄົນ ບໍ່ແກ້ວ 12 ຄົນ ສະຫວັນນະເຂດ 3 ຄົນ ອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ ເຊິ່ງມີ 23 ຄົນແມ່ນຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 5 ຄົນແມ່ນກໍລະນີນຳເຂົ້າຈາກຕ່າງປະເທດ (ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ) ພາຍຫຼັງກວດພົບຜູ້ຕິດເຊື້ອໃໝ່ ພວກເຮົາໄດ້ລົງສອບສວນ ສອບຖາມປະຫວັດ ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ ພາຍຫຼັງໄດ້ຂໍ້ມູນລະອຽດຈະແຈ້ງທາມລາຍໃຫ້ຮັບຊາບຕື່ມອີກ.

ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກ ຮອດປັດຈຸບັນ ທົ່ວໂລກມີການລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດ 157.504.411 ຄົນ ເສຍຊິວິດສະສົມ 3.282.427 ຄົນ ແລະ ປີ່ນປົວຫາຍດີ 135.616.076 ຄົນ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກແມ່ນ ສະຫະລັດອາເມຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ.