ວັນທີ 7 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນຜູ້ຕາງໜ້າໃຫ້ລັດຖະບານໄທ ແລະ ຊາວໄທ ສົ່ງມອບເງິນຊ່ວຍເຫຼືອ ພ້ອມທັງອຸປະກອນທາງການແພດເພື່ອສະໜັບສະໜູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍ ທານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ -19 ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການໃຫ້ຄວາມຊ່ວຍເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ເປັນການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນຂອງປະເທດໄທ ໂດຍແບ່ງເປັນການຊ່ວຍເຫຼືອຄື : ລັດຖະບານໄທ ໃຫ້ການສະໜັບສະໜູນເງິນ ແລະ ອຸປະກອນທາງການແພດ ລວມມູນຄ່າ 12.880.000 ບາດ ຫຼື ປະມານ 4 ຕື້ກີບ ໂດຍໃນວັນທີ 7 ພຶດສະພາ 2021 ໄດ້ມອບເງິນຊ່ວຍເຫຼືອດັ່ງກ່າວ ພ້ອມອຸປະກອນທາງການແພດ ມູນຄ່າ 4.300.000 ບາດ ໃນນັ້ນມີເງິນສົດ 2 ລ້ານບາດ ຕຽງຄົນເຈັບ 180 ຕຽງ ຜ້າປິດປາກ-ດັງ 50.000 ອັນ ຊຸດອຸປະກອນປ້ອງກັນຮ່າງກາຍສ່ວນບຸກຄົນ ແລະ ອຸປະກອນປ້ອງກັນອື່ນໆທີ່ຈໍາເປັນ ຈຳນວນ 2.370 ອັນ ຕູ້ຄວາມດັນບວກສໍາລັບການກວດເຊື້ອເຄື່ອນທີ່ 6 ຕູ້ ສຳລັບໂຮງໝໍແຂວງບໍ່ແກ້ວ. ນອກຈາກນີ້ ພາຍໃນເດືອນພຶດສະພາ 2021 ລັດຖະບານໄທຍັງຈະໄດ້ຈັດສົ່ງອຸປະກອນທາງການແພດເພີ່ມເຕີມອີກ ມູນຄ່າ 8,5 ລ້ານບາດ ໃຫ້ແກ່ລາວ ປະກອບດ້ວຍຊຸດ PPE ຈຳນວນ 2.000 ຊຸດ ປະຕິບັດໂຄງການເພີ່ມຂີດຄວາມສາມາດໃນການກວດເຊື້ອໂຄວິດ- 19 ສໍາລັບໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍແຂວງໄຊຍະບູລີ ໂດຍຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ພ້ອມຊຸດກວດໂຄວິດ-19 ຈໍານວນ 2.500 ຊຸດ ໃຫ້ການສະໜັບສະໜູນອຸປະກອນທາງການແພດສຳລັບໂຮງໝໍແຂວງສະຫວັນນະເຂດ ເຊັ່ນ : ເຄື່ອງກະຕຸ້ນຫົວໃຈໄຟຟ້າ ຊະນິດອັດຕະໂນມັດ ເຄື່ອງຕິດຕາມສັນຍານຊີບ ເທີໂມມິເຕີ້ ຊິນິດອິນຟຣາເຣດ ຊຸດປັບແຮງດັນອອກຊີເຈນ ແລະ ເຄື່ອງວັດແທກອອກຊີເຈນ ຈັດໂຄງການໃຫ້ຄຳປຶກສາທາງການແພດອອນໄລ ເພື່ອສົ່ງເສີມປະສິດທິພາບໃນການກວດຫາເຊື້ອ ແລະ ສົ່ງເສີມການຮ່ວມມືລະຫວ່າງໄທ-ລາວ ທັງໃນນະຄອນຫຼວງວຽງຈັນ ແລະ ແຂວງທີ່ຕັ້ງຢູ່ໃນບໍລິເວນຊາຍແດນໄທ-ລາວ.
ສະມາຄົມໄທ-ລາວ ເພື່ອມິດຕະພາບ ສະໜັບສະໜູນຊຸດ PPE ຈຳນວນ 500 ຊຸດ ແລະ ໜ້າກາກ N95 ຈຳນວນ 480 ອັນ ມູນຄ່າ 100.000 ບາດ ໂດຍມອບຜ່ານສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດໄທ. ຂະນະທີ່ສະຖານເອກອັກຄະລາຊະທູດໄທ ທີ່ນະຄອນຫຼວງວຽງຈັນ ແລະ ທີມປະເທດໄທ ໄດ້ເປັນສື່ກາງຮ່ວມກັບສະມາຄົມນັກທຸລະກິດໄທໃນ ສປປ ລາວ ສະພາທຸລະກິດໄທ-ລາວ ພາກເອກະຊົນໄທ ພ້ອມທັງປະຊາຊົນຊາວໄທທີ່ອາໄສຢູ່ໃນ ສປປ ລາວ ລະດົມເງິນ ແລະ ອຸປະກອນທາງການແພດທີ່ຈຳເປັນ ລວມມູນຄ່າ 3.460.000 ບາດ ຫຼື ປະມານ 1 ຕື້ກີບ ເຊິ່ງຈະມອບໃຫ້ແກ່ລັດຖະບານ ສປປ ລາວ ໃນວັນທີ 12 ພຶດສະພາ 2021 ນີ້. ການມອບເງິນ ແລະ ອຸປະກອນທາງການແພດຄັ້ງນີ້ ເປັນການສະແດງເຖິງໄມຕີຈິດ ແລະ ຄວາມຫ່ວງໄຍຈາກພີ່ນ້ອງປະຊາຊົນໄທ ຕໍ່ພີ່ນ້ອງປະຊາຊົນ ສປປ ລາວ ແລະ ທຸກພາກສ່ວນຂອງໄທ ພ້ອມທີ່ຈະສະໜັບສະໜູນ ແລະ ດຳເນີນການຮ່ວມກັບ ສປປ ລາວ ໃນຖານະປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນທີ່ດີຕໍ່ກັນເພື່ອຮ່ວມກັນປ້ອງກັນ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ພົ້ນຜ່ານວິກິດນີ້ໄປພ້ອມກັນ.
# ພາບ-ຂ່າວ : ສະຖານທູດໄທປະຈໍາ ສປປ ລາວ
.