ອົງການອະນາໄມໂລກ ຮັບຮອງຊີໂນຟາມຂອງຈີນມີຄວາມປອດໄພ ແລະ ປະສິດທິພາບດີ

    ອີງຕາມຂ່າວສານຊິນຮວາຂອງຈີນ ລາຍງານວ່າ : ອົງການອະນາໄມໂລກໄດ້ຮັບຮອງວັກຊິນຊະນິດຊີໂນຟາມ ທີ່ຜະລິດໂດຍປະເທດຈີນເພື່ອໃຊ້ໃນກໍລະນີສຸກເສີນແລ້ວ ໃນວັນທີ 6 ພຶດສະພາ 2021 ການຮັບຮອງເທື່ອນີ້ ມີຜົນດີຕໍ່ການພັດທະນາວັກຊິນຕ້ານໂຄວິດ-19 ຂອງໂລກ ແລະ ຈະເປັນຜົນດີຕໍ່ປະເທດພວມພັດທະນາທີ່ຈະເຂົ້າເຖິງວັກຊິນໄດ້ດີຂຶ້ນ.

    ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກກ່າວວ່າ : ຊີໂນຟາມຂອງຈີນ ໄດ້ກາຍເປັນວັກຊິນຊະນິດທີ 6 ທີ່ອົງການອະນາໄມໂລກຮັບຮອງວ່າປອດໄພ ແລະ ມີປະສິດທິພາບດີ ແລະ ຈະຊ່ວຍໃຫ້ໂຄງການໂຄແວັກຂອງອົງການອະນາໄມໂລກສາມາດຊື້ວັກຊິນເພື່ອແຈກຢາຍໃຫ້ປະເທດພວມພັດທະນາໄດ້ຫຼາຍຂຶ້ນ.

    ວັກຊິນ ຊີໂນຟາມຂອງຈີນ ແມ່ນວັກຊິນທີ່ສາມາດໃຊ້ສັກເພື່ອປ້ອງກັນໂຄວິດ-19 ໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ສັກຫ່າງກັນລະຫວ່າງເຂັມທີ 1 ແລະ ເຂັມທີ 2 ປະມານ 3 ຫາ 4 ອາທິດ ວັກຊິນຊະນິດນີ້ ໄດ້ໃຊ້ສັກຢູ່ໃນ 45 ປະເທດແລ້ວຫຼາຍກວ່າ 65 ລ້ານໂດສ ໃນນັ້ນ ລວມທັງປະເທດລາວທີ່ໄດ້ຮັບການຊ່ອຍເຫຼືອຈາກຈີນ 3 ຊຸດ ຈຳນວນ 1 ລ້ານກວ່າໂດສ.

#  ແປ ແລະ ຮຽບຮຽງໂດຍ : ສັງຂານ ຈູມຄຳພັນ, ບັນນາທິການຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ

error: Content is protected !!