ອານອີ ບໍລິການ ມອບອຸປະກອນການແພດຕ້ານໂຄວິດ-19

    ວັນທີ 8 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດອານອີ ບໍລິການ ລົງທຶນອະສັງຫາລິມະຊັບ ຈໍາກັດ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດຕ້ານໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ.

    ອຸປະກອນການແພດມອບຄັ້ງນີ້ ມີຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 5 ພັນຊຸດ ຜ້າອັດປາກ-ອັດດັງ 1.500.000 ແຜ່ນ ແລະ ເຄື່ອງວັດແທກອຸນຫະພູມມີຂາຕັ້ງ 200 ຊຸດ ມູນຄ່າ 100.000 ໂດລາສະຫະລັດ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ

error: Content is protected !!