ວັນທີ 7 ພຶດສະພາ 2021 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໄດ້ສະໜັບສະໜູນອຸປະກອນເອເລັກໂຕຣນິກ ມູນຄ່າ 350.000.000 ກີບ ໃຫ້ແກ່ລັດຖະບານ ຊຶ່ງຕາງໜ້າມອບໂດຍທ່ານ ຫູ ເຫວີຍຫົວ ປະທານບໍລິສັດ ຫົວເຫວີຍ ປະຈຳລາວ ຂຶ້ນຮັບໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂົ້າຮ່ວມ ເປັນສັກຂີພະຍານໃນການປະກອບສ່ວນຄັ້ງນີ້.


ທ່ານ ກິແກ້ວ ໄຂຄໍາພິທູນ ແລະ ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍບໍລິສັດ ຫົວເຫວີຍ ລາວ ທີ່ໄດ້ພະຍາຍາມຢ່າງຕໍ່ເນື່ອງ ໃນການຊ່ວຍເຫຼືອສັງຄົມເພື່ອຕໍ່ສູ້ກັບໂລກລະບາດໃນໄລຍະຜ່ານມາ ກໍຄືປັດຈຸບັນ ຊຶ່ງການປະກອບສ່ວນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຂອງຫົວ ເຫວີຍ ຕໍ່ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ຄຸນຄ່າທາງສັງຄົມ ແລະ ການພັດທະນາດິຈີຕອນລາວ.

ໃນຂະນະດຽວກັນ ທ່ານ ຄໍາເຈນ ວົງໂພສີ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ຕີລາຄາສູງຕໍ່ຜົນງານ ຂອງບໍລິສັດ ຫົວເຫວີຍ ບໍ່ວ່າຈະເປັນທາງດ້ານເຕັກໂນໂລຊີ ກໍຄືການປະກອບສ່ວນຊ່ວຍສັງຄົມ ໂດຍກ່າວວ່າ: ການປະກອບສ່ວນທາງດ້ານອຸປະກອນເຕັກໂນໂລຊີຄັ້ງນີ້ ຈະຊ່ວຍຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການເຮັດວຽກຂອງສຳນັກງານນາຍົກລັດຖະມົນຕີ ໃຫ້ມີບົດບາດ ແລະ ກ້າວເຂົ້າສູ່ລະບົບທີ່ທັນສະໄໝໃນວຽກງານຕົວຈິງກວ່າເກົ່າ ແລະ ຫວັງວ່າ ຫົວເຫວີຍຍັງຈະສືບຕໍ່ສ້າງຜົນງານທີ່ດີເດັ່ນແບບນີ້ຕໍ່ໆໄປ.

ທ່ານ ຫູ ເຫວີຍຫົວ ປະທານບໍລິສັດ ຫົວເຫວີຍ ປະຈໍາລາວ ໄດ້ສະແດງຄວາມຂອບໃຈ ທີ່ລັດຖະບານໄດ້ໃຫ້ການສະໜັບສະໜູນວຽກງານຂອງບໍລິສັດ ຫົວເຫວີຍ ດ້ວຍດີຕະຫຼອດມາ ໃນນາມບໍລິສັດຜູ້ນໍາດ້ານການບໍລິການແກ້ໄຂບັນຫາດ້ານໄອຊີທີໃນປີຜ່ານມາ ບໍລິສັດ ຫົວເຫວີຍລາວ ໄດ້ສ້າງຜະລິດຕະພັນ ໃຫ້ບໍລິການ ແລະ ແກ້ໄຂບັນຫາໃຫ້ແກ່ລູກຄ້າໃນຂະແໜງອຸດສາຫະກໍາຈຳນວນຫຼວງຫຼາຍ ແລະ ຍັງໄດ້ມີການຮ່ວມມືກັບຫຼາຍພາກສ່ວນ ທັງກະຊວງ-ອົງກອນລັດຖະບານ ແລະ ອື່ນໆ.
ທ່ານ ຫູ ເຫວີຍຫົວ ໃຫ້ຮູ້ຕື່ມອີກວ່າ: ອຸປະກອບສໍານັກງານເອເລັກໂຕຣນິກທີ່ປະກອບສ່ວນໃນຄັ້ງນີ້ ແມ່ນຈະສາມາດຍົກສູງລະບົບການເຮັດວຽກຫ້ອງການໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິຜົນ ອຸປະກອນເຫຼົ່ານີ້ ສາມາດນຳໃຊ້ໃນການຈັດກອງປະຊຸມທາງໄກ ກັບບັນດາປະເທດ ບັນດາສຳນັກງານ ທັງສູນກາງ ແລະ ທ້ອງຖິ່ນທີ່ຢູ່ຫ່າງໄກ ຊຶ່ງເພີ່ມຄວາມສະດວກ ສະບາຍໃນການສື່ສານທັງພາຍໃນ ແລະ ພາຍນອກ ເໝາະສົມແກ່ການນໍາໃຊ້ໃນໄລຍະທີ່ເກີດການແຜ່ລະບາດຂອງພະຍາດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ.
# ຂ່າວ & ພາບ : ໄຊບັນດິດ