ທ່ານ ເຄນ ວົງທອງທິດ ປະທານບໍລິສັດສຸດໃຈທ່ອງທ່ຽວ ໃຫ້ສໍາພາດວັນທີ 7 ພຶດສະພາ 2021 ວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບ 2 ຢູ່ ສປປ ລາວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ທີ່ມີການແຜ່ລະບາດໃນຊຸມຊົນ ແລະ ກໍໄດ້ມີປະກາດລັອກດາວເພື່ອເປັນການຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ-19 ທັງເປັນການອໍານວຍຄວາມສະດວກໃຫ້ແກ່ສັງຄົມທີ່ບໍ່ຢາກໄປຊື້ເຄື່ອງອຸປະໂພກ-ບໍລິໂພກຢູ່ຕະຫຼາດດ້ວຍຕົນເອງ ຫຼຸດຜ່ອນບັນຫາການຈໍລະຈອນແອອັດ ບໍລິສັດຂອງພວກຂ້າພະເຈົ້າໄດ້ມີການບໍລິການອອກຈ່າຍຕະຫຼາດໃຫ້ກັບລູກຄ້າ ໂດຍສັ່ງຜ່ານແອັບສຸດໃຈຟຸດ ຫຼື ໂທສັ່ງ ຫຼື ສົ່ງຜ່ານວັອດແອັບ 5534 0000 ໃນນີ້ ລູກຄ້າສັ່ງສິນຄ້າ 50 ພັນກີບຂຶ້ນໄປ ມີບໍລິການສົ່ງບໍ່ເສຍຄ່າ ເຊິ່ງໄດ້ເປີດຮັບອໍເດີ ເວລາ 7:00 ໂມງ ຫາ 20:00 ໂມງຂອງທຸກໆວັນ ແລະ ມີພະນັກງານໃຫ້ການບໍລິການ 20 ກວ່າຄົນ ໃນ 4 ເມືອງໃນນະຄອນຫຼວງວຽງຈັນ ຫຼື ເຂດບໍລິເວນ 25 ກິໂລແມັດ ນອກຈາກນີ້ແລ້ວ ທາງບໍລິສັດຍັງໄດ້ຮັບບໍລິການສົ່ງເຄື່ອງວັດຖຸພັນໃຫ້ກັບລູກຄ້າພາຍໃນນະຄອນຫຼວງວຽງຈັນ ມີລາຄາເລີ່ມຕົ້ນແຕ່ 5 ພັນກີບຂຶ້ນໄປ ເຊິ່ງໄດ້ຮັບຜົນຕອບຮັບດີຈາກສັງຄົມ ເນື່ອງຈາກວ່າເປັນຜະລິດຕະພັນໃໝ່ຂອງບໍລິສັດ ແລະ ການຄິດໄລ່ລາຄາຂົນສົ່ງສົມເຫດສົມຜົນ ບໍ່ເອົາປຽບລູກຄ້າ.

ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ບໍລິສັດ ສຸດໃຈ ທ່ອງທ່ຽວ ບໍລິການ ກໍໄດ້ເນັ້ນໃຫ້ພະນັກງານຂອງຕົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ໃນນີ້ ການສົ່ງເຄື່ອງອູປະໂພກ-ບໍລິໂພກ ຫຼືວັດຖຸພັນໃຫ້ກັບລູກຄ້າ ໃຫ້ຮັກສາໄລຍະຫ່າງ ໃຊ້ສະເປເຫຼົ້າ 90 ຫຼື ເຈວລ້າງມືເປັນປະຈໍາ ເພື່ອໃຫ້ລູກຄ້າ ແລະ ພະນັກງານຂົນສົ່ງມີຄວາມປອດໄພຈາກໂຄວິດ-19.
# ຂ່າວ & ພາບ : ຂັນທະລີ ພິມມະສອນ