ໄຊເສດຖາ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19

    ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວ ເວົ້າລວມ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ເມືອງໄຊເສດຖາໄດ້ຫ້າງຫາກະກຽມ ວາງມາດຕະການແກ້ໄຂ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕອບຕ້ານການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນນີ້ ໄດ້ເອົາໃຈໃສ່ປະຕິບັດຕາມຄໍາສັ່ງເລກທີ 15/ນຍ ແຈ້ງການເລກທີ 006/ຈນວ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 22 ເມສາ ຫາວັນທີ 5 ພຶດສະພາ 2021 ຈາກການຈັດຕັ້ງປະຕິບັດ ເຫັນວ່າໄດ້ຮັບການຮ່ວມມືທີ່ດີຈາກອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ມີສະຕິຕື່ນຕົວປະຕິບັດມາດຕະການຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ມາຮອດປັດຈຸບັນຍັງເຫັນວ່າຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ດັ່ງນັ້ນ ລັດຖະບານໄດ້ມີຄໍາສັ່ງໃຫ້ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ມາດຕະການປ້ອງກັນໂຄວິດ-19 ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ວັນທີ 6 ຫາວັນທີ 20 ພຶດສະພາ 2021 ດັ່ງນັ້ນ ເມືອງໄຊເສດຖາກໍໄດ້ມີແຜນການອັນລະອຽດໃນການເພີ່ມທະວີມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19. 

    ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດໂຄວິດ-19 ເມືອງໄຊເສດຖາ ໃຫ້ສໍາພາດວັນທີ 7 ພຶດສະພາ 2021 ວ່າ: ພາຍຫຼັງທີ່ໄດ້ຮັບຄໍາສັ່ງໃຫ້ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການຂອງນະຄອນຫຼວງວຽງຈັນ ຄະນະສະເພາະກິດໂຄວິດ-19 ເມືອງໄຊເສດຖາກໍໄດ້ສືບຕໍ່ເອົາໃຈໃສ່ໂຄສະນາບັນດາຄໍາສັ່ງ ຄໍາແນະນໍາ ແລະ ແຈ້ງການອື່ນໆຂອງຂັ້ນເທິງເປັນວົງກວ້າງ ເພື່ອໃຫ້ປະຊາຊົນເຂົ້າໃຈເລິກເຊິ່ງ ເພີ່ມທະວີວຽກງານທາງດ້ານເຕັກນິກ ໂດຍເບິ່ງຕື່ມ ສະພາບການຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ເກີດຢູ່ຈຸດໃດ ເພື່ອລະດົມກຸ່ມສ່ຽງໄປຮັບການກວດຄັດຕອງຫາເຊື້ອໂຄວິດ-19 ເຊິ່ງຢູ່ເມືອງມີສູນຄັດຕອງ ແລະ ຈໍາກັດບໍລິເວນກຸ່ມສ່ຽງຢູ່ ມສ ລາວ-ຫວຽດນາມ ພ້ອມນັ້ນ ໄດ້ສົມທົບກັບອໍານາດການປົກຄອງບ້ານ ໃນການຕິດຕາມກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19 ການຄ້າຂາຍພາຍໃນເມືອງ ໄດ້ໃຫ້ເປີດຕະຫຼາດຜັກກະສິກໍາອິນຊີທີ່ສູນການຄ້າລາວ-ໄອເຕັກ ເປັນການຊຸກຍູ້ການຜະລິດຂອງຊາວສວນ ສໍາຄັນ ເນັ້ນຮັກສາໄລຍະຫ່າງ ໃສ່ຜ້າອັດປາກ-ອັດດັງ ແລະ ລ້າງມືດ້ວຍເຈວຂ້າເຊື້ອ ສືບຕໍ່ປິດຮ້ານບັນເທິງ ຮ້ານອິນເຕີເນັດ ສ່ວນການຄ້າຂາຍທົ່ວໄປແມ່ນໃຫ້ເປີດບໍລິການ ແລະ ຮ້ານອາຫານໃຫ້ຊື້ແລ້ວ ໃຫ້ໃສ່ຖົງເມືອກິນຢູ່ຮືອນ ແລະ ອື່ນໆ. 

    ໂອກາດນີ້ ທ່ານຮອງເຈົ້າເມືອງຍັງໄດ້ຮຽກຮ້ອງມາຍັງບຸກຄົນ ນິຕິບຸກຄົນ ແລະ ອໍານາດການປົກຄອງບ້ານທົ່ວເມືອງໄຊເສດຖາ ໃຫ້ມີສ່ວນຮ່ວມ ພ້ອມກັນເຮັດໜ້າທີ່ສໍາເລັດຕາມການມອບໝາຍ ພ້ອມນັ້ນ ຮຽກຮ້ອງມາຍັງທຸກສັງຄົມ ໃຫ້ຕິດຕາມຂ່າວສານຢ່າງມີສະຕິ ແລະ ໃຫ້ຮ່ວມແຮງຮ່ວມໃຈສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນປະຕິບັດມາດຕະການຕ່າງໆແລ້ວພວກເຮົາຈະຂ້າມຜ່ານວິກິດການຄັ້ງນີ້ໄປໄດ້ຢ່າງແນ່ນອນ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!