ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 28 ກໍລະນີ ຍັງຮັບການປິ່ນປົວ 1.083 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ ຮອດປັດຈຸບັນ ທົ່ວໂລກມີການລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດ 156.666.845 ຄົນ ເສຍຊິວິດສະສົມ 3.268.876 ຄົນ ແລະ ປີ່ນປົວຫາຍດີ 134.841.720 ຄົນ ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍຍັງແມ່ນສະຫະລັດອາເມຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ ຕາມລໍາດັບ. 

    ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1.205 ຄົນ (ໃໝ່ 28) ບໍ່ມີຜູ້ເສຍຊີວີດ ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ 122 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນແຕ່ລະແຂວງ ຈຳນວນ 1.083 ຄົນ ຄົນເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. 

    ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດໂຄວີດ-19 ໃນວັນທີ 6 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.688 ຕົວຢ່າງ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ ໃນນັ້ນ ນະຄອນຫຼວງ 10 ຄົນ ຈໍາປາສັກ 4 ຄົນ ບໍ່ແກ້ວ 8 ຄົນ ສາລະວັນ 5 ຄົນ ແລະ ແຂວງວຽງຈັນ 1 ຄົນ. 

    ການຕິດຕາມຜູ້ເດີນທາງເຂົ້າມາ ສປປ ລາວ ວັນທີ 6 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.254 ຄົນ ຈຸດຜ່ານດ່ານ ລາວ-ໄທ ທັງໝົດ 1.267 ຄົນ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 84 ຄົນຈຸດຜ່ານດ່ານລາວ-ຫວຽດນາມ ທັງໝົດ 851 ຄົນ ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 52 ຄົນ ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອໂຄວິດ-19 ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້. 

    ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມນີ້ ທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ -19 ໃນນະຄອນຫຼວງວຽງຈັນ ທີ່ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອນໂທປະສານຫາທ່ານ ດຣ ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 

    ລາຍຊື່ລະອຽດຄື: 

  1. ທ້າວ ມິນຕາ ອາຍຸ 23 ປີ 
  2. ທ້າວ ສຸພາລີ ອາຍຸ 23 ປີ 
  3. ນາງ ມະນີວັນ 40 ປີ 
  4. ທ້າວ ວິຊຽນ 38 ປີ ນັກສຶກສາວິທະຍາໄລ ໄກສອນນະຄອນຫຼວງ ບ້ານວັງຫຼວງ ເມືອງລອງຊານ ແຂວງໄຊສົມບູນ 

    ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼືແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານ ເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈຫຼົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ. 

    ຕໍ່ກັບສະພາບການລະບາດຂອງພະຍາດໃນປັດຈຸບັນ ລັດຖະບານໄດ້ຂະຫຍາຍການປະຕິບັດຄຳສັ່ງ ສະບັບເລກທີ 15/ນຍ ໄປຮອດວັນທີ 20 ພຶດສະພາ 2021 ກໍຂໍໃຫ້ບັນດາທ່ານສືບຕໍ່ປະຕິບັດຕາມມາດຕະການສະບັບດັ່ງກ່າວຢ່າງເຂັ້ມງວດ ເປັນຕົ້ນ ຫ້າມບໍ່ໃຫ້ຄົນຢູ່ນະຄອນຫຼວງວຽງຈັນເດີນທາງໄປຕ່າງແຂວງ ແລະ ຫ້າມຄົນຢູ່ຕ່າງແຂວງເດີນທາງເຂົ້າມາໃນນະຄອນຫຼວງ ຍົກເວັ້ນຜູ້ທີ່ມີພູມລຳເນົາ ຜູ້ທີ່ເຮັດວຽກປະຈຳຢູ່ນະຄອນຫຼວງ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ. ພ້ອມດຽວກັນນັ້ນ ຍັງສືບຕໍ່ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງໄປຕ່າງແຂວງ ແລະ ຈາກຕ່າງແຂວງມານະຄອນຫຼວງ ເພື່ອຮັກສາໄລຍະຫ່າງທາງສັງຄົມ ບັນດາກະຊວງ ອົງການທຽບເທົ່າ ນະຄອນຫຼວງວຽງຈັນ ວິສາຫະກິດທົ່ວນະຄອນຫຼວງວຽງຈັນ ຫຼຸດຈຳນວນ ແລະ ຈັດຕັ້ງຜຽນພະນັກງານ ລັດຖະກອນ ກຳມະກອນ ມາປະຈຳການໃນແຕ່ລະວັນຕາມຄວາມເໝາະສົມ ຍົກເວັ້ນທະຫານ ຕຳຫຼວດ ເຈົ້າໜ້າທີ່ດັບເພິງ ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ ນ້ຳປະປາ ໂທລະຄົມມະນາຄົມ ການສື່ສານ ຂົນສົ່ງ ສາທາລະນະສຸກ ອາສາສະໝັກ ຜູ້ທີ່ຖືກມອບໝາຍໃຫ້ເຮັດວຽກສະກັດກັ້ນ ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. 

    ແນວໃດກໍຕາມ ຫ້າມປະຊາຊົນ ພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ກຳມະກອນ ນັກຮຽນ ນັກສຶກສາ ຜູ້ປະກອບການ ນັກບວດ ຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼືທີ່ພັກອາໄສຂອງຕົນ ຍົກເວັ້ນກໍລະນີທີ່ຈຳເປັນ ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ໄປໂຮງໝໍ ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ 3 ແລະ 11 ຂອງຄຳສັ່ງສະບັບເລກທີ 15/ນຍ ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນບັນດາໂຄງການໃຫຍ່ ໂຮງຊ່າງ-ໂຮງງານ ທະນາຄານ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຕະຫຼາດຫຼັກຊັບ ບໍລິສັດຫຼັກຊັບ ໂຮງໝໍ ສູນການແພດ ຮ້ານຂາຍຢາ ໜ່ວຍກູ້ໄພ ກິດຈະການໄປສະນີ ໂທລະຄົມມະນາຄົມ ໄຟຟ້າ ນ້ຳປະປາ ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ ຕະຫຼາດກະສິກຳ ຮ້ານຂາຍເຄື່ອງຍ່ອຍ ຮ້ານຄ້າ (ຊຸບເປີມາເກັດ) ປ້ຳນ້ຳມັນ ຮ້ານອາຫານ ແລະ ຮ້ານກາເຟ ສຳລັບໂຮງແຮມ ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ. 

    ສຳລັບ ຜູ້ໄປຮັບວັກຊີນ ກໍຍັງສາມາດສືບຕໍ່ໄປຮັບໄດ້ຕາມຈຸດບໍລິການທີ່ໄດ້ກຳນົດໄວ້ ແລະ ຜູ້ທີ່ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ແລະ ເປັນກຸ່ມສ່ຽງ ກໍຂໍໃຫ້ຮີບຮ້ອນໄປສະເໜີໂຕເພື່ອເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ຕາມຈຸດບໍລິການທີ່ກຳນົດໄວ້ເຊັ່ນດຽວກັນ ແລະ ການໄປໃຊ້ບໍລິການສັກຢາ ແລະ ເກັບຕົວຢ່າງນັ້ນ ຂໍໃຫ້ບັນດາທ່ານປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ເພື່ອປ້ອງກັນໂຕທ່ານເອງ ແລະ ທຸກຄົນອ້ອມຂ້າງ. 

    ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການໄດ້ຈາກໂທລະພາບ ວິທະຍຸ ແລະ ໜັງສືພິມ ພ້ອມດ້ວຍເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກໍຄື covid19.gov.la ເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ cdc.gov.la ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນຂອງບັນດາແຂວງ ແມ່ນຕາມດ້ວຍລະຫັດຂອງແຕ່ລະແຂວງ 165 ຫຼື 166.

.

# ຂ່າວ & ພາບ : ສີພອນ ຈັນທະດາລາ

error: Content is protected !!