ກອງປະຊຸມທາງໄກ ຮ່ວມກັບປະທານຄະນະກຳມະການນະຄອນໂຮ່ຈິມິງ ແລະ ເຈົ້າຄອງນະຄອນຫຼວງພະນົມເປັນ ຈັດຂຶ້ນວັນທີ 7 ພຶດສະພາ 2021 ໂດຍເປັນປະທານຂອງທ່ານ ຫງວຽນ ແທ່ງ ຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິ ສສຫວຽດນາມ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຄວາງ ສະເຣັງ ເຈົ້າຄອງນະຄອນຫຼວງພະນົມເປັນ ລາຊະອານາຈັກກຳປູເຈຍ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ຂອບໃຈຢ່າງຈິງໃຈ ມາຍັງການນໍານະຄອນໂຮ່ຈິມິງ ທີ່ໄດ້ຈັດກອງປະຊຸມທີ່ມີຄວາມສໍາຄັນນີ້ຂື້ນ ແລະ ເປັນໂອກາດອັນດີ ໃນການແລກປ່ຽນການຮ່ວມມືການຊ່ວຍເຫຼືອກັນ ແລະ ທັງເປັນການເສີມສ້າງການພົວພັນທີ່ດີ ເພີ່ມທະວີບົດບາດການຮ່ວມມື ລະຫວ່າງ 3 ນະຄອນ ແລະ ເປັນເວທີຂັ້ນສູງໃນການປຶກສາຫາລື ແລກປ່ຽນກັນແບບສະໜິດສະໜົມກັບບັນດາທ່ານເຈົ້າຄອງ.

ໃນເວທີປຶກສາຫາລືອັນສຳຄັນຄັ້ງນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ມີຄວາມເຫັນຢໍ້າຕື່ມ ສຳລັບຂອບການຮ່ວມມື 3 ຝ່າຍ ໂດຍອີງຕາມຜົນຂອງກອງປະຊຸມຜູ້ນໍາ CLV ຄັ້ງຫຼ້າສຸດໃນຕົ້ນປີ 2021 ຜ່ານມາ ແມ່ນສະແດງຄວາມເຫັນດີເປັນເອກະພາບສູງຕໍ່ການຕົກລົງຂອງຜູ້ນໍາ 3 ປະເທດ ໃນການຈັດຕັ້ງປະຕິບັດຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ແລະ ການຮ່ວມມືລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ເປັນຕົ້ນແມ່ນການສ້າງແຜນຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບຂອງພະຍາດໂຄວິດ-19 ເຊິ່ງເຫັນວ່າຕິດພັນກັບ 3 ນະຄອນທີ່ເປັນເມືອງເອກ ແລະ ເປັນສູນກາງດ້ານຕ່າງໆຂອງປະເທດ ສະນັ້ນ ບັນຫານີ້ເປັນວຽກງານທີ່ສຳຄັນ ທີ່ຕ້ອງໄດ້ອອກແຮງປຶກສາຫາລື ແລະ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີໝາກຜົນໂດຍໄວ ບົນຈິດໃຈຊີ້ນຳຂອງລັດຖະບານຂອງທັງ 3 ປະເທດ.

ຕໍ່ໜ້າສະພາບການດັ່ງກ່າວ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງຮອບໃໝ່ນັ້ນ ລັດຖະບານແຫ່ງ ສປປ ລາວ ໄດ້ເພີ່ມທະວີມາດຕະການທີ່ເຂັ້ມງວດໃນຂອບເຂດທົ່ວປະເທດ ໂດຍອອກຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ໃນການເພີ່ມມາດຕະການຕ້ານ ແລະ ສະກັດກັ້ນໄລຍະທີໜຶ່ງ ແຕ່ວັນທີ 22 ເມສາ-5 ພຶດສະພາ 2021 ແລະ ພວມສືບຕໍ່ຈັດຕັ້ງຢ່າງເຂັ້ມງວດ ໄລຍະສືບຕໍ່ແຕ່ວັນທີ 6-20 ພຶດສະພາ 2021 ສະເພາະຢູ່ນະຄອນຫຼວງວຽງຈັນ ພວກຂ້າພະເຈົ້າຕ້ອງໄດ້ສຸມທຸກຄວາມພະຍາຍາມ ແລະ ດໍາເນີນມາດຕະການຕ່າງໆທີ່ຈໍາເປັນ ຕາມຄຳສັ່ງນາຍົກລັດຖະມົນຕີຢ່າງເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດຄັ້ງນີ້ໃຫ້ໄດ້ໂດຍໄວ ແຕ່ກໍເຫັນວ່າເປັນບັນຫາທ້າທາຍສົມຄວນ ເນື່ອງຈາກມີການແຜ່ເປັນວົງກ້ວາງໃນຊຸມຊົນ ຄຽງຄູ່ກັບຂໍ້ຈໍາກັດບາງດ້ານທາງດ້ານວັດຖຸອຸປະກອນເພື່ອຮັບມືໃນການຕ້ານ ກໍຄືການປີ່ນປົວຜູ້ຕິດເຊຶ້ອ ເປັນຕົ້ນແມ່ນ:ນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ອຸປະກອນ ແລະ ເຄື່ອງມືການແພດສໍາລັບບຸຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ວິເຄາະ ວິໄຈ ປະເມີນສະພາບການແຕ່ລະໄລຍະ ໃນການຕອບຕ້ານກັບພະຍາດຮ້າຍແຮງດັ່ງກ່າວ.

ບົນພື້ນຖານຄວາມຂາດແຄນ ແລະ ຈໍາເປັນຂ້າງເທິງ ບົນຈິດໃຈຖານສະຫາຍອ້າຍນ້ອງອັນສະໜິດສະໜົມ ກໍຄືການຮ່ວມມືຂອງສອງພັກ ສອງລັດ ລາວ-ຫວຽດນາມ ກໍຄືສອງນະຄອນມິດຕະພາບພວກເຮົາ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິງ ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ຮັບການແນະນໍາ ແລະ ຊ່ວຍເຫຼືອໃນຄັ້ງນີ້ດ້ວຍ.
ພ້ອມດຽວກັນນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າໃນວັນທີ 3 ພຶດສະພາ 2021 ຄະນະຊ່ຽວຊານແພດຈຳນວນ 35 ທ່ານ ພ້ອມດ້ວຍເຄື່ອງຊ່ວຍເຫຼືອທາງການແພດ ແລະ ເງິນຈຳນວນ 5 ແສນໂດລາ ທີ່ພັກ ແລະ ລັດຖະບານແຫ່ງ ສສ.ຫວຽດນາມ ໄດ້ມອບໃຫ້ລັດຖະບານແຫ່ງ ສປປ ລາວ ແມ່ນໄດ້ມາເຖິງນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍ ແລະ ກຽມພ້ອມທີ່ຈະດຳເນີນການຢູ່ທີ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ.
ອັນນີ້ ມັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ເປັນຮູບປະທຳທີ່ສຸດວ່າ ທ່າມກາງຄວາມຫຍຸ້ງຍາກ ຈຶ່ງເຫັນໄດ້ເຖິງມິດຈິດມິດໃຈ ນັ້ນກໍແມ່ນສາຍສຳພັນລາວ-ຫວຽດນາມ-ກຳປູເຈຍ ໃນນັ້ນ ກໍແມ່ນສາຍສຳພັນນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິງ-ນະຄອນຫຼວງພະນົມເປັນ ເຖິງຈະມີຜົນກະທົບຂອງການລະບາດພະຍາດກໍຕາມ ແຕ່ດ້ວຍສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ” ລະຫວ່າງລາວ-ຫວຽດນາມ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຄັ້ງນີ້.
ໃນໂອກາດນີ້ ຕາງໜ້າອໍານາດການປົກຄອງນະຄອນຫຼວງວຽງຈັນ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຊ່ວຍເຫຼືອອັນລ້ຳຄ່າຈາກຄະນະພັກ ອົງການປົກຄອງ ກໍຄືປະຊາຊົນນະຄອນໂຮ່ຈິມິງ ທີ່ມອບໃຫ້ນະຄອນຫຼວງວຽງຈັນໃນຄັ້ງນີ້ ແລະ ເຕັມໄປດ້ວຍມິດຈິດມິດໃຈຖານສະຫາຍອ້າຍນ້ອງ ແລະ ຂໍຂອບໃຈຄະນະຮັບຜິດຊອບຈັດກອງປະຊຸມໃນຄັ້ງນີ້.
# ຂ່າວ & ພາບ : ຊິລິການດາ