ມອບເຮືອ 5 ລຳ ກວດກາລາດຕະເວນຕາມລໍາແມ່ນໍ້າຂອງ

    ວັນທີ 6 ພຶດສະພາ 2021 ຢູ່ດ່ານປະເພນີໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ມອບເຮືອຈໍານວນ 5 ລໍາ ໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການກວດກາລາດຕະເວນຕາມລໍາແມ່ນໍ້າຂອງ ລົງນາມເຊັນບົດບັນທຶກມອບໂດຍທ່ານ ພັນເອກ ດວງ ມາລາ ຮອງຫົວໜ້າກົມຊາຍແດນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ລົງນາມເຊັນບົດບັນທຶກຮັບໂດຍທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ທ່ານ ພັນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າເປັນສັກຂີພະຍານ.

     ໃນໂອກາດນີ້ ທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາເຮືອຈໍານວນດັ່ງກ່າວນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ໂດຍສະເພາະແມ່ນນໍາໃຊ້ການກວດກາລາດຕະເວນເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ຫວັງດີສວຍໂອກາດລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແນໃສ່ເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ທັງເປັນການສະກັດກັ້ນ ປ້ອງກັນບໍ່ໃຫ້ມີການນໍາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດຢູ່ ສປປ ລາວ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!