ບົດ​ບາດ ​ຄວາມ​ສຳ​ຄັນ​ ໃນ​ການ​ເຕີບ​ໃຫ​ຍ່​ຂະ​ຫຍາຍ​ຕົວ​ຂອງ​ກາ​ແດງ​ສາ​ກົນ ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ກາ​ແດງ​ສາ​ກົນ​ຄົບ​ຮອບ 158ປີ ຢ​່າງ​ສຸດ​ໃຈ 8/5/ 1863-8/5/ 2021

    ກາ​ແດງ​ສາ​ກົນ  ແມ່ນ​ອົງ​ກອນ​ໜຶ່ງ​ທີ່ມີ​ໜ້າ​ທີ່​ເຄືຶ່ອນ​ໄຫວ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກໃນ​ເວ​ລາ​ເກິດ​ໄພ​ພິ​ບັດສຸກ​ເສີນ.

    ຂະ​ບວນ​ການ​ກາ​ແດງ​ສາ​ກົນ:  ແມ່ນການ​ຮ່ວມ​ສຳ​ພັນ​ບັນ​ດາ​ການ​ຈັດ​ຕັ້ງ​ຂອງມວນ​ມະ​ນຸດ​ທົ່ວ​ໂລກ ​ທີ່​ມີນ້ຳ​ໃຈ​ມະ​ນຸດ​ສະ​ທຳ​ ເມດ​ຕາ​ອາ​ລີ ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ອຸ​ທິດ​ຕົນ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອື່ນ​ເວ​ລາປະ​ສົບ​ໄພ​ພິ​ບັດ ທຸກ​ທໍ​ລະ​ມານ​ ລຳ​ບາກ​ກາກ​ກຳ ຕົກ​ທຸກ​ໄດ້​ຍາກ ອາ​ນາ​ຖາ ປ່ຽວ​ພອຍ​ດ້ອຍ​ໂອ​ກາດ ບໍ່​ສາ​ມາດ​ຊ່ວຍ​ໂຕ​ເອງ​ໄດ້​. ໂດຍບໍ່​ຫວັງ​ສິ່ງ​ຕອບ​ແທນ ​ ແລະ ສະ​ແຫວງ​ຜົນ​ກຳ​ໄລ​ໃດໆ.

    ຂະ​ບວນ​ການ​ກາ​ແດງ​ສາ​ກົນ ລວມມີ: 03 ອົງ​ປະ​ກອບ​ຄື:

    ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ( ICRC) ຫຼື  International Committee of TheRedCross

    ໃນ​ວັນ​ທີ  14  ມິ​ຖຸ​ນາ  1859​ ​ທ່ານ​ ອັງ​ຣີ​ດຸຍ​ນັງ  ນັກ​ທຸ​ລະ​ກິດ​ຊາວສວິດ ​ ໄດ້​ເດີນ​ທາງ​ໄປ​​ຜ່ານທົ່ງ ໂຊນ​ເຟ​ຣີ​ໂນພາກ​ເໜືອ​ຂອ​ງ​ປະ​ເທດ​ອີ​ຕາ​ລີ​ ຊຶ່ງ​ເປັນ​ສະ​ໝໍ​ລະ​ພູມ​ລະ​ຫວ່າງກອງ​ທັບ​ຝ​ຣັ່ງ ແລະ ໂອ​ຕ​ຣິດ​ ທີ່​ມີ​ທະ​ຫານ​ບາດ​ເຈັບ ​ແລະ ​ລົ້ມ​ຕາຍຫຼາຍ​ກ່​ວາ 40.000 ຄົນ​ ຈາກ​ເຫດ​ການ​ທີ່​ໜ້າ​ສະ​ເທືອນ​ຂວັນ​ດັ່ງ​ກ່າວ ​​ທ່ານ​ຈຶ່ງ​ເກີດ​ແນວ​ຄວາມ​ຄິດ​ດ້ານ​ມະ​ນຸດ​ສະ​ທຳ ການ​ຊ່ວຍ​ເຫຼືອ​ເປັນ​ສິ່ງ​ຈຳ​ເປັນ​ອັນ​ຮີບ​ດ່ວນ ທ່ານ​ຈຶ່ງ​ຕັດ​ສິນ​ໃຈ​ໃຊ້​ໂບດ​ໃກ້ໆ​ເປັນ​ໂຮງ​ໝໍ​ຊົ່ວ​ຄາວ ທ່ານ​ໄດ້​ຊ່ວຍ​ເຫຼືອ​ທະ​ຫານ​ຝ​ຣັ່ງ ແລະ​ ໂອ​ຕ​ຣິດ​ຢ່າງ​ສະ​ເໝີ​ພາບ​ກັນ ລວມ​ທັງ​ການ​ຮັບ​ຝາກ​ຂໍ​ມູນ​ຂ່າວ​ສານ​ຂອງ​ທະ​ຫານ​ທັງ​ສອງ​ຝ່າຍຈາກນັ້ນ ​ທ່ານ​ໄດ້​ກັບ​ຄືນ​ປະ​ເທດ​ສວິດ ແລະ ຂຽນ​ປຶ້ມ​ຫົວ​ໜຶ່ງ​ໃສ່​ຊື່​ວ່າ: ຄວາມ​ຊົງ​ຈຳ​ແຫ່ງ​ເມືອງ​ໂຊນ​ເຟ​ຣີ​ໂນ ຫຼື The memory of  Solferino ໃນ​ປຶ້ມນີ້ ທ່ານ​ໄດ້​ພັນ​ລະ​ນາ​ສິ່ງ​ທີ່​ພົບ​ເຫັນ ແລະ ສະ​ເໜີສອງ​ແນວ​ຄວາມ​ຄິດ​ຄື: ທຸກໆ​ປະ​ເທດ​ຕ້ອງ​ມີອາ​ສາ​ສະ​ໝັກ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ເວ​ລາ​ມີ​ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ ແລະ ທຸກໆ​ປະ​ເທດ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ທະ​ຫານ​ຂອງ​ຕົນ ​ຈຶ່ງ​ເປັນ​ທີ່​ມາ​ຂອງກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນຫຼື IHL( International Humanitarian Law ) ຈົນ​ຮອດວັນ​ທີ 23 ຕຸ​ລາ 1863  ທ່ານ​ ອັງ​ຣີ​ດຸຍ​ນັງ ​ກັບ​ເພື່ອນ​ອີກ  04 ຄົນ ຈຶ່ງ​ໄດ້ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການກາ​ແດງ​ສາ​ກົນ​ຂຶ້ນ ເພື່ອ​ຈາ​ລຶກ​ຄຸນ​ງາມ​ງາມ​ຄວາມ​ດີ​ຂອງ​ທ່ານ​ອັງ​ອັງ​ຣີ​ດຸຍນັງ ເພີ່ນ​ຈຶ່ງ​ກຳ​ນົດ​ເອົາ​ວັນ​ທີ 08 ເດືອນ 05 ຂອງ​ທຸກ​ປີ ເປັນ​ວັນ​ສ້າງ​ຕັ້ງ​ກາ​ແດງ​ສາ​ກົນ ຊຶ່ງ​ຄະ​ນະ​ດັ່ງ​ກ່າວມີ  04 ພາ​ລະ​ບົດ​ບາດ ແລະ ​ໜ້າ​ທີ່​ຕົ້ນ​ຕໍ​ຄື:

     ປົກ​ປ້ອງ ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ທະ​ຫານ ແລະ ​ພົນ​ລະ​ເຮືອນ​ທີ່​ຖືກ​ບາດ​ເຈັບ​ລົ້ມ​ຕາຍ​ຈາກ​ການ​ສູ້​ຮົບ​ກັນ (ການ​ສູ້​ຮົບ​ດ້ວຍ​ກຳ​ລັງ​ອາ​ວຸດ);

    ‚ ເຂົ້າ​ຢ້ຽມ​ຢາມຊະ​ເລີຍ​ເສິກ​ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ;

    ƒ ສືບ​ທາວ (ຊອກ​ຫາ) ຫາ​ຍາດ​ພີ່​ນ້ອງ​ທີ່​ພັດ​ພາກ​ຈາກ​ກັນ ແລະ

    „ ເຜີຍ​ແຜ່​ກົດໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ.

    ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ ເຈ​ນີ​ວາ ປະ​ເທດ​ສວິດ​.ຄະ​ນະ​ນຳຂອງ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ແມ່ນ​ຖືກ​ພິ​ຈາ​ລະ​ນາ​ແຕ່ງ​ຕັ້ງ​ໂດຍ​ລັດ​ຖະ​ບານປະ​ເທດ​ສະ​ວິ​ສ.

    ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ

    (IFRC) International  Federation of RedCross and Red Cresent Societies.

    ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ (IFRC) ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 05 ພຶດ​ສະ​ພາ 1919  ໂດຍ​ ​​ມີ​: 05 ປະເທດ​ຄື: ອາ​ເມຣິ​ກາ ອັງ​ກິດ ຝ​ຣັ່ງ ອີ​ຕາ​ລີ ແລະ ຍີ​ປຸ່ນ​ ເຂົ້າ​ຮ່ວມ ຊຶ່ງ​ແມ່ນທ່ານ ອັງ​ຣີ ເດ​ວິດ​ສັນ ປະ​ທານ​ກາ​ແດງ​ອາ​ເມ​ຣິ​ກາ ເປັນ​ຜູ້​ສະ​ເໜີກໍ່​ຕັ້ງ. ຄະ​ນະ​ດັ່ງ​ກ່າວມີ​​ພາ​ລະ​ບົດ​ບາດໜ້າ​ທີ່​ດັ່ງ​ນີ້:

     ຊ່ວຍ​ເຫຼືອ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຕ່າງໆ​ຈາກ​ທຳ​ມະ​ຊາດ ແລະ ​ມະ​ນຸດ​ສ້າງ​ຂຶ້ນ;

    ‚ ເປັນ​ຕົວ​ແທນ ແລະ ເປັນ​ກະ​ບອກ​ສຽງ​ໃຫ້​ແກ່​ກາ​ແດງ​ແຫ່ງ​ຊາດ​ຕ່າງໆ​ໃນ​ເວ​ທີ​ສາ​ກົນ;

    ƒ ປະ​ສານ​ສົມ​ທົບ​ວຽກ​ງານ​ສຸກ​ເສີນ​ໃນ​ຍາມ​ສັນ​ຕິ​ພາບ

    „ ​ຊ່ວຍ​ເຫຼືອ​ກາ​ແດງ​ປະ​ເທດ​ຕ່າງໆ​ ໃນ​ການ​ວາງ​ແຜນພັດ​ທະ​ນາ​ຢ່າງ​ຮອບ​ດ້ານໃຫ້ຍືນ​ຍົງ ແລະ ຂະ​ຫຍາຍ​ກາ​ແດງ​ໃຫ້ຫຼາຍ​ຂຶ້ນ​ໃນ​ທົ່ວ​ໂລກ.

    ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່ນະ​ຄ​ອນ​ເຈ​ນີ​ວາ ປະ​ເທດ​ສວິດ​

    ຄະ​ນະ​ນຳ​ຂອງ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ ​ຖືກ​ເລືອກ​ຕັ້ງ​ຈາກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່ ຊຶ່ງ​ຈັດ​ຂຶ້ນ​ທຸກໆ 4 ປີ. ກອງ​ປະ​ຊຸມ​ຄັ້ງຫຼ້າ​ສຸດ ​ໄດ້​ຈັດ​ຂຶ້ນ​ທີ່​ນະ​ຄອນ ອານ​ຕາ​ເລຍ ປະ​ເທດ​ຕັວກ​ດີ 05-11/11/2017 ມີຜູ້​ແທນ​ເຂົ້າ​ຮ່ວມ 1200 ທ່ານ ຈາກ 190 ປະ​ເທດ.

    ສະພາກາແດງ; ສະພາຊີກວົງເດືອນແດງ ແລະອົງການກາແດງປະເທດຕ່າງໆ (NS) National Societies.

    ການ​ກຳ​ເນີດ ແລະ​ ການ​ຂະ​ຫຍາຍ​ຕົວ​ຂອງບັນ​ດາ​ສະ​ພາ​ກາ​ແດງ ສະ​ພາ​ຊີກວົງ​ເດືອນ​ແດງ ແລະ ອົງ​ການ​ກາ​ແດງແມ່ນ​ຂຶ້ນ​ກັບ​ເງື່ອນ​ໄຂ​ຈຸດ​ພິ​ເສດ,​ເຈ​ຕະ​ນາ​ລົມ​ຂອງ​​ກຸ່ມ​ຄົນ ແລະ ​ບຸກ​ຄົນແຕ່​ລະ​ປະ​ເທດ (ຕົວ​ຢ່າງ: ສະ​ພາ​ກາ​ແດງ​ຈີນ​ຫວຽດ​ນາມ ໄທ ກຳ​ປູ​ເຈຍ…). ບັນ​ດາ​ສະ​ພາ​ກາ​ແດງ ສະ​ພາ​ຊີກວົງ​ເດືອນ​ແດງ ແລະ ອົງ​ການ​ກາ​ແດງ​ແຕ່​ລະປະ​ເທດປັດຈຸ​ບັນ​ມີ 191 ປະ​ເທດ​ທີ່​ມີ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຕາມ 07 ຫຼັກ​ການ​ພື້ນ​ຖານ​ຂອງ​ຂະ​ວນ​ການ​ກາ​ແດງ​ສາ​ກົນ ສົນ​ທິ​ສັນ​ຍາ​ສາ​ກົນ ແລະ ອາ​ນຸ​ສັນ​ຍາ​ທີ່​ເປັນ​ພາ​ຄີ​ບົນ​ພື້ນ​ຖານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດ​ຕົນ.

    ປະ​ທານ​ສະ​ພາ​ກາ​ແດງ ສະ​ພາ​ຊີກວົງ​ເດືອນ​ແດງ ແລະ ອົງ​ການ​ກາ​ແດງ​ຂອງ​ແຕ່​ລະ​ປະ​ເທດ ແມ່ນ​ຈະ​ຖືກ​ເລືອກ​ຕັ້ງ ຫຼື​ແຕ່ງ​ຕັ້ງ​ຈາກ​ລັດ​ຖະ​ບານ​ປະ​ເທດນັ້ນໆ.

​    03 ອົງ​ປະ​ກອບຂະ​ບວນ​ການ​ກາ​ແດງ​ສາ​ກົນ ​ລ້ວນ​ແຕ່​ເຄືຶ່ອນ​ໄຫວ​ຕາມ 07 ຫຼັກ​ການ​ພື້ນ​ຖານ​ຂອງ​ຂະ​ວນ​ການ​ກາ​ແດງ​ສາ​ກົນ:

    ຂະ​ບວນ​ການ​ການ​ກາ​ແດງ​​ສາ​ກົນ​ເຄື່ອນ​ໄຫວ​ພາຍ​ໃຕ້ເຄື່ອງ​ໝາຍ ແລະ​ ສັນ​ຍາລັກດັ່ງ​ນີ້:

   ໃນ​ປີ 1864 ກອງ​ປະ​ຊຸມ​ການ​ທູດ 16 ປະ​ເທດ​ໄດ້​ຮັບ​ຮອງ​ເອົາ​ກາ​ກະ​ບາດ​ສີ​ແດງ​ເທິງ​ພື້ນ ​ສີ​ຂາວ (ປີ້ນ​ກັບ​ທຸງ​ຊາດ ສວິດ) ເປັນ​ເຄື່ອງ​ໝາຍ​ຂອງ​ອາ​ສາ​ສະ​ໝັກ​ ມີ​ສອງ​ຈຸດ​ປະ​ສົງ​ຄື: ປົກ​ປ້ອງ (ໃຊ້​ໃນ​ຍາມ​ມີ​ຂໍ້​ຂັດ​ແຍ່ງ​ດ້ານ​ກຳ​ລັງ​ອາ​ວຸດ) ແລະ ຊີ້ບອກ (ໃຊ້​ໃນ​ຍາມ​ສັນ​ຕິ​ພາບ) ຮອດ​ປີ 1867 ຢູ່​ແຖບຕາ​ເວັນ​ອອກ​ກາງ ໄດ້​ຮັບ​ຮອງ​ເອົາ​ກາ​ຊີກວົງ​ເດືອນ​ແດງ ​ເປັນ​ເຄື່ອງ​ໝາຍ​ມະ​ນຸດ​ສະ​ທຳ​ປະ​ຈຳ​ຊາດ​ຕົນ, ມີ​ຄຸນ​ຄ່າ​ເທົ່າ​ກັບ​ກາ​ກະ​ບາດ​ສີ​ແດງ ໃນ 192 ປະ​ເທດ​ ມີ 35 ປະ​ເທດ​ໃຊ້ ຊີກວົງ​ເດືອນ​ແດງ (ປະ​ເທດ​ທີ່​ຖື​ອິ​ສ໌​ສ​ລາມ); ໃນ​ອາ​ຊຽນ ມີ 02 ປະ​ເທດ​ໃຊ້​ກາ​ຊີກວົງ​ເດືອນ​ແດງ​ຄື: ມາ​ເລ​ເຊຍ ແລະ  ບ​ຣູ​ໄນ.

     ສ່ວນ ​ສ​ປ​ປ​ ລາວ​ ແມ່ນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ກາ​ແດງ​ສາ​ກົນ​ເປັນຕົ້ນ​ແມ່ນ​ການ​ເຜີຍ​ແຜ່​ກົດ​ໝາຍ​ມະ​ນຸດ​ສາ​ທຳ​ສາ​ກົນ​ການ ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ມາ​ຈັດ​ຕັ້ງ​ເປັນ​ໂຄງ​ກາ​ນ​.

    ສ່ວນອົງ​ການ​ກາ​ແດງ​ລາວ​ ໃນ​ຖາ​ນະ​ທີ່​ເປັນ​ສຳ​ມະ​ຊິກ​ກາ​ແດງ​ສາ​ກົນ ກໍໄດ້​ຈັດຕັ້ງ​ປະ​ຕິ​ບັດ​ຜັນ​ຂະ​ຫຍາຍຫຼັ​ກ​ການ​ມະ​ນຸດ​ສະ​ທຳ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​​ເຫຼືອປະ​ຊ​າ​ຊົນ​ຜູ້​ທຸກ​ຍາກ​ທີ່​ເກິດ​ໄພ​ພິ​ບັດ​ໃນ​ເວ​ລາ​ສຸກ​ເສິນ ເປັນ​ຕົ້ນ ​ໃນ​ປີ 2020 ນີ້​.  ອົງການ​ກາ​ແດງ​ລາວ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົທີ່​ປະ​ສົບໄພທໍາມະຊາດໃນ​ທົ່ວ​ປະ​ເທດ 17 ແຂວງ ແລະ 01 ນະຄອນຫລວງ ໂດຍສະເພາະແມ່ນໄພນໍ້າຖ້ວມທີ່ແຂວງພາກກາງ ແລະ ໃຕ້ ຂອງ ສປປ ລາວ. ຈາກໄພທໍາມະຊາດມີ  219 ເມືອງ 857 ບ້ານ, 34.569 ຄອບ​ຄົວ ຈຳ​ນວນພົນ 180.,417 ຄົນ ຍິງ 96.067 ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ຈຳ​ນວນ 17 ແຂວງ ແລະ 01 ນະຄອນຫລວງ, 190 ເມືອງ, 497 ບ້ານ, 21.046 ຄອບ​ຄົວ, ຈຳ​ນວນ​ພົນ 91.789 ຄົນ, ຍິງ 45.286 ຄົນ  ລວມ​ມູນ​ຄ່າ​ການ​ຊ່ວຍ​ເຫລືອ​ທັງ​​ຫມົດ  5.603.621.902 ກີບ, ໃນ​ນີ້​ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ກາ​ແດງ​ສາ​ກົນ ແລະ ກາ​ແດງ​ເພື່ອນ​ມິດ 4.592.218.160 ກີບ ຈາກ​ສັງ​ຄົມທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ 278.992.500 ກີບ ງົບ​ປະ​ມານ​ຈາກ​ພາ​ກ​ສ່ວນແຂວງ​ປະ​ກອບ​ສ່ວນ 692.826.242 ກີບ ແລະ ຈາກແຫລ່ງທຶນ ກດລ ສູນກາງ 39.585.000 ກີບ;

    ການ​ບໍ​ລິ​ຈາກ​ເລືອດ ​ໄດ້​ຮັບບໍລິຈາກເລືອດທັງໝົດ 60.358 ຖົງ ມີຄົນ​ເຈັບ​ໄດ້​ຮັບ​ຜົນ​ປະ​ໂຫຍດຈຳ​ນວນ 48.532 ຄົນ.

    ຜູ້ເຂົ້າຮ່ວມບໍລິຈາກເລືອດທັງຫມົດມີ  60.358 ຄົນ ຍິງ 29.648 ຄົນ ໄດ້ແຈກຈ່າຍເລືອດທັງໝົດ 70.450 ຖົງ ເຊິ່ງເປັນຈໍານວນຄົນເຈັບຫລາຍກວ່າ 46.000 ເທື່ອຄົນ .

   ວຽກ​ງານ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ ໄດ້​ເອົາ​ໃສ​ດູ​ແລ​ຜູ້​ຕິດ​ເຊື້ອເອ​ດສ໌ ໄດ້ 90 ຄັ້ງ ມີຜູ້ເຂົ້າຮ່ວມທັງຫມົດ 1.548 ຄົນ ຍິງ 930 ຄົນ.

    ສ້າງວິດຖ່າຍ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ ຈຳນວນ 520 ໜ່ວຍ ຢູ່ 10 ບ້ານເປົ້າ​ຫມາຍຂອງໂຄງການຟື້ນຟູຫລັງໄພພິບັດ ເມືອງສະ​ຫນາມໄຊ ແຂວງອັດຕະປື;ແຈກ​ຢ່າຍ

    ເຄື່ອງບຳບັດນ້ຳ​ນ້ຳ​ສະ​ອາດ AP700 ແລະ ແຈຢາຍໃຫ້ 05 ແຂວງ: ​ໃນ​ເວ​ລາ​ເກິດ​ພິ​ບັດ  ຝຶກອົບຮົມ   “ການເປັນຄູຝຶກປະຖົມພະຍາບານ”  ໃຫ້ພະນັກງານກາແດງ ແລະ ອາສາສະຫມັກອົງການກາ ແດງ 08 ແຂວງພາກເ​ຫນືອ ເຂົ້າຮ່ວມຈໍານວນ 313 ຄົນ ຍິງ 104 ຄົນ                                                                                                                                                                                                                                         

    ວຽກ​ງານ​ກູ້​ໄພ​ສຸກ​ເສີນ ໄດ້ຊ່ວຍເຫຼືອຜູ້​ປະ​ສົບອຸປະຕິເຫດຢູ່ນະຄອນຫລວງວຽງຈັນທັງ​ໝົດ 1.571 ຄັ້ງ ຊ່ວຍເຫຼືອຄົນເຈັບ 1.654 ຄົນ ຍິງ 653 ຄົນ ເສຍຊີວິດ 122 ຄົນ ຍິງ 35 ຄົນ ນໍາສົ່ງຄົນເຈັບທີ່ເປັນພະຍາດກະທັນຫັນສຸກເສີນຕ່າງໆໄປໂຮງ​ໝໍ 509 ຄົນ ຍິງ 200 ຄົນ.

          ສະ​ເພາະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ນີ້ ​ອົງ​ການ​ກາ​ແດງ​ລາວ​ໄດ້​ເອົາ​ໃຈ​ໃສ່ສະ​ກັດ​ກັ້ນ​ ແລະ ​ປ້ອງ​ກັນ​ເປັນ​ແມ່ນໄດ້​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ໜຶ່ງ​ຂື້ນ​ເພື່ອ​ປະ​ສານ​ງານ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ໃນ​ການ​ຈັດ​ຕັ້ງ  ​ເຄື່ອນ​ໄຫວ​ຕາມ​ສິດ ​ແລະ ​ຂອບ​ເຂດ​ຂອງ​ອົງ​ການ​ກາ​ແດງ​ລາວ ເປັນ​ຕົ້ນ​ແມ່ນໄດ້ຝຶກອົບຮົມການເປັນຄູຝຶກການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ​ໄດ້ 281 ຄົນ ຍິງ 136 ຄົນ;

    – ໄດ້ລົງພົ່ນຢາຂ້າເຊື້ອສຳນັກງານ-ອົງການ ທັງພາກລັດ ແລະ ເອກະຊົນ 35 ຄັ້ງ. ລົງໂຄສະນາສຸຂະສຶກສາກ່ຽວກັບການປ້ອງກັນພະຍາດລະບາດໂຄວິດ-19 ໃຫ້ພາກສ່ວນຕ່າງໆ ໄດ້ 40 ຄັ້ງ ມີຜູ້ເຂົ້າຮ່ວມທັງ​ຫມົດ 1.116 ຄົນ ຍິງ 757 ຄົນ;

       ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ​ໃນ​ການ​ຊ່ວຍ​ເຫຼືອ ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ສະ​ຫະ​ພັນ​ກາ​ແດງ​ສາ​ກົນ​ ແລະ ​ຊິກວົງ​ແດງ​ສາ​ກົນ ​ແລະ​ ກາ​ແດງ​ເພື່ອນ ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ມາ​ຕະ​ຫລອດ ​ເນື່ອງ​ໃນ​ວັນ​ສ້າງ​ຕັ້ງ​ກາ​ແດງ​ສາ​ກົນ ​ອົງ​ການ​ກາ​ແດງ​ ຕາງ​ໜ້າການ​ນຳ​ພັກ-ລັດປະ​ຊາ​ຊົນ​ລາວ​ທັງ​ຊາດ ຂໍ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ ແລະ ​ຊົມ​ເຊີຍ​ວັນ​ທີ 8/5/1863-8/5/2021 ຄົບ 158 ປີ ຢ່າງ​ສຸດ​ໃຈ ຊົມ​ເຊີຍ

error: Content is protected !!