ວັນທີ 6 ພຶດສະພາ 2021 ທ່ານ ທຳປັນຍາ ພອນແກ້ວ ຮອງປະທານບໍລິສັດ ອິມະອິ-ລາວ ໂອໂຕເຊີວີສ ສິດເກົ່າ ສົກຮຽນ 1979-1980 ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໄດ້ນຳເຄື່ອງບໍລິໂພກ ມາມອບໃຫ້ນັກຮຽນທີ່ພັກຢູ່ຫໍພັກໂຮງຮຽນ ມສ ວຽງຈັນ ຈໍານວນ 60 ຊຸດ ເປັນມູນຄ່າ 2.400.000 ກີບ ໂດຍການປະສານງານຂອງທ່ານ ບຸນທົບ ພະໄຊສົມບັດ ສິດເກົ່າ ມສ ວຽງຈັນ.

ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ບໍລິສັດ ກໍຄືສິດເກົ່າທັງຫຼາຍ ທີ່ເຫັນຄວາມສຳຄັນ ຈຳເປັນ ໃນຍາມພົບວິກິດຄືແນວນີ້ ທີ່ໃຫ້ການຊ່ວຍເຫຼືອນັກຮຽນຫໍພັກ ”ເຊິ່ງເປັນນັກຮຽນຕ່າງແຂວງ” ບໍ່ໄດ້ກັບບ້ານ ເຊິ່ງໄລຍະນີ້ ທາງໂຮງຮຽນກໍຍັງສືບຕໍ່ປິດພັກຮຽນຊົ່ວຄາວ ແຕ່ກໍໄດ້ມີມາດຕະການໃນການປ້ອງກັນຮອບດ້ານ ສະຖານທີ່ອາຄານຮຽນໄດ້ມີການພົ່ນຢາຂ້າເຊື້ອ ແນະນຳນັກຮຽນຜ່ານກຸ່ມ WhatsApp, Line ແລະ ຊ່ອງທາງຕ່າງໆ ໃນການເຜີຍແຜ່ລະບຽບການ ມາດຕະການປ້ອງກັນພະຍາດໂຄວິດ-19 ພ້ອມທັງສືບຕໍ່ການຮຽນຜ່ານທາງອອນລາຍ ໂດຍແມ່ນຄູປະຈຳແຕ່ລະວິຊາເປັນເຈົ້າການໃນການຈັດຕັ້ງປະຕິບັດ ຈົນກວ່າຈະສະພາບການຈະກັບຄືນສູ່ປົກກະຕິ.

ອີກເທື່ອໜຶ່ງ ຂໍຂອບໃຈນໍາຜູ້ປົກຄອງ ກໍຄືພະນັກງານຄູ-ອາຈານທຸກທ່ານ ແລະ ນັກຮຽນທຸກຄົນ ທີ່ໃຫ້ການຮ່ວມມື ແລະ ຂໍໃຫ້ບັນດາທ່ານທີ່ໃຫ້ການຊຸກຍູ້ສະໜັບສະໜູນຊ່ວຍເຫຼືອໂຮງຮຽນຕະຫຼອດມາ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຈະເລີນກ້າວໜ້າໃນທຸກວຽກງານ ແລະ ຫວັງວ່າຈະໄດ້ຮັບຄວາມກະລຸນາສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມໂຮງຮຽນພວກເຮົາໃນໂອກາດຕໍ່ໄປ.

# ຂ່າວ & ພາບ : ບຸນມີ ສີວິໄລ