ຕະຫຼາດທ່າດິນແດງ ສາມາດຕອບສະໜອງເຄື່ອງອຸປະໂພກ-ບໍລິໂພກພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າ

    ຕະຫຼາດທ່າດິນແດງ ຫຼື ຕະຫຼາດບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຕະຫຼາດຊຸມຊົນທີ່ສະໜອງເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ປະຊາຊົນທີ່ດໍາລົງຊີວິດຢູ່ບໍລິເວນເຂດບ້ານໃກ້ຄຽງ ເຊິ່ງໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຕະຫຼາດແຫ່ງນີ້ໄດ້ເປີດໃຫ້ບໍລິການເປັນປົກກະຕິ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ພ້ອມນັ້ນ ປະຊາຊົນທີ່ມາຈັບຈ່າຍຊື້ຂາຍໃນຕະຫຼາດ ຕະຫຼອດຮອດພໍ່ຄ້າ-ຊາວຂາຍ ແມ່ນໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

    ທ່ານ ວັນສົມ ຊົງ ຫົວໜ້າຫ້ອງການຈັດສັນຕະຫຼາດທ່າດິນແດງໃຫ້ສໍາພາດວັນທີ 6 ພຶດສະພາ 2021 ວ່າ: ຕະຫຼາດຂອງພວກເຮົາເປັນຕະຫຼາດຊຸມຊົນ ເຊິ່ງພືດຜັກ ແລະ ຊີ້ນທີ່ນໍາມາຈໍາໜ່າຍພາຍໃນຕະຫຼາດ ແມ່ນນໍາມາຈາກຕະຫຼາດລາວ-ອົດຊີ ແລະ ຊາວສວນປູກຈໍານວນໜຶ່ງ ເຊິ່ງນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ລູກຄ້າ ແລະ ແມ່ຄ້າຊາວຂາຍພາຍໃນຕະຫຼາດປອດຈາກເຊື້ອພະຍາດໂຄວິດ-19 ນີ້ ຂ້າພະເຈົ້າກໍໄດ້ໂຄສະນາຜ່ານໂທລະໂຄ່ງ ກ່ຽວກັບວິທີການປ້ອງກັນ ແລະ ຜົນຮ້າຍຂອງພະຍາດດັ່ງກ່າວ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ແມ່ຄ້າ ແລະ ລູກຄ້າໃສ່ຜ້າອັດປາກ-ອັດດັງ ໜັ່ນລ້າງມືເວລາທີ່ສໍາຜັດກັບວັດຖຸສິ່ງຂອງຕ່າງໆຢູ່ຕະຫຼອດເວລາ.

    ປັດຈຸບັນ ສະເພາະບັນດາຮ້ານຂາຍເຄື່ອງປະເພດເສື້ອຜ້າຢູ່ໃນຕະຫຼາດແຫ່ງນີ້ໄດ້ປິດຮ້ານໄປປະມານເກືອບ 40% ຍ້ອນມີຄວາມຢ້ານກົວຕໍ່ພະຍາດໂຄວິດ-19 ສ່ວນຮ້ານຂາຍພືດຜັກ ແລະ ຊີ້ນ ແມ່ນຍັງມາຈໍາໜ່າຍໃນເວລາປົກກະຕິ ຄືຕະຫຼາດຈະເປີດໃຫ້ບໍລິການລູກຄ້າທຸກໆມື້ ເລີ່ມແຕ່ເວລາ 6:00 ໂມງ ຫາ 18:00 ໂມງ ແນໃສ່ໃຫ້ປະຊາຊົນໄດ້ທະຍອຍມາຊື້ ຫຼຸດຜ່ອນຄວາມແອອັດ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!