
ວັນທີ 11 ມີນາ 2020 ໂຮງໝໍເດັກ ຮ່ວມກັບໂຮງຮຽນສີຫາວົງ ວິທະຍາ ຈັດກິດຈະກຳກວດສຸຂະພາບ ແລະ ໃຫ້ຄວາມຮູ້ໃນການປ້ອງກັນ COVID-19 ຢູ່ໂຮງຮຽນສີຫາວົງ ວິທະຍາ ມີທ່ານນາງ ສົມມະນີພອນ ຜາງມະນີໄຊ ຜູ້ອຳນວຍການໂຮງໝໍເດັກ ທ່ານ ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເສດຖາທິຣາດ ທ່ານນາງ ບົວລຸນ ອິນທະວົງ ຜູ້ອຳນວຍການໂຮງຮຽນສີຫາວົງ ວິທະຍາ ພ້ອມດ້ວຍແພດໝໍ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ຈຸດປະສົງເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ເຊິ່ງແຕ່ລະພາກສ່ວນໄດ້ເອົາໃຈໃສ່ໃນການຈັດກິດຈະກຳໃຫ້ເປັນຂະບວນຟົດຟື້ນ ແລະ ອີງໃສ່ສະພາບການລະບາດຂອງພະຍາດທີ່ຕິດຕໍ່ກັນໄດ້ ແຕ່ສາມາດປ້ອງກັນໄດ້ ໂດຍສະເພາະແມ່ນການລະບາດຂອງ COVID-19 ເພື່ອສ້າງຄວາມຮູ້ ແລະ ເຂົ້າໃຈໃຫ້ແກ່ຄູ ນັກຮຽນໃນວິທີການຮັກສາສຸຂະພາບ ຫຼີກລ່ຽງການຕິດເຊື້ອພະຍາດຕ່າງໆ ເຮັດໃຫ້ສຸຂະພາບແຂງແຮງ.
ກິດຈະກຳຄັ້ງນີ້ ໄດ້ກວດສຸຂະພາບທົ່ວໄປ ກວດປາກ ແລະ ແຂ້ວ ໃຫ້ຄວາມຮູ້ໃນການປ້ອງກັນພະຍາດ COVID-19 ສາທິດການລ້າງມື ການໃສ່ຜ້າປິດປາກ-ດັງ ການປ້ອງກັນເດັກໃຫ້ມີຄວາມປອດໄພ ໃຫ້ແກ່ນັກຮຽນຊັ້ນປະຖົມ ນອກຈາກນີ້ໂຮງໝໍເດັກຍັງຈະສືບຕໍ່ສ້າງກິດຈະກຳດັ່ງກ່າວຢູ່ໂຮງຮຽນ SOS ແລະ ໂຮງຮຽນຈອມຄຳຕື່ມອີກ.