ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 9 ຕື້ກວ່າກີບ ແລະ 88.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນໂອກາດນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄະນະສະເພາະກິດ ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 7 ພາກສ່ວນ ຄື: ບໍລິສັດ ສະຕາໂທລະຄົມ (Unitel) ມອບເງິນ ຈຳນວນ 1,5 ຕື້ກີບ ລະບົບ ICT ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງການສັກວັກຊີນ ມູນຄ່າ 2,15 ຕື້ກີບ, Data ແລະ Voice ເພື່ອນຳໃຊ້ໂທລະສັບ ແລະ ອິນເຕີເນັດ ມູນຄ່າ 1,35 ຕື້ກີບ ລວມມູນຄ່າທັງໝົດ 5 ຕື້ກີບ ໃນນາມສ່ວນຕົວ ກໍຄືຄອບຄົວທ່ານ ຫວັງຊຸນຄາຍ ມອບເງິນຈຳນວນ 3 ຕື້ກີບ ບໍລິສັດ ຊິສເມຕິກ ໄອທີ ໂຊລູຊັ້ນ ຊຶ່ງເປັນບໍລິສັດໃນກຸ່ມບໍລິສັດ AIF Group ມອບເງິນຈຳນວນ 1 ຕື້ກີບ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບຜ້າອັດປາກ-ດັງ ຈຳນວນ 200.000 ອັນ ມູນຄ່າ 88.000 ໂດລາສະຫະລັດ ສະພາການຄ້າ ຟູຈ້ຽນ ປະຈຳ ສປປ ລາວ ມອບເງິນຈຳນວນ 116 ລ້ານກີບ ທ່ານ ກຽງສັກ ສະຫວັນວາລີ ພ້ອມດ້ວຍຄອບຄົວ ມອບເງິນຈຳນວນ 100 ລ້ານກີບ ແລະ ບໍລິສັດ ສະໄກ ຂຸດຄົ້ນບໍ່ແຮ່ ຈຳກັດ ມອບເງິນຈຳນວນ 100 ລ້ານກີບ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາພາກສ່ວນ ຕະຫຼອດຮອດພະນັກງານ ແລະ ຄອບຄົວຂອງບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຄັ້ງນີ້. ການປະກອບສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນປັດຈຸບັນ ຊຶ່ງໄດ້ສະແດງເຖິງສະຕິຕື່ນຕົວທາງການເມືອງ ຄວາມເສຍສະຫຼະ ຄວາມເອື້ອເຟື້ອເພື່ອແຜ່ ຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີເປັນເອກະພາບ ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຊ່ວຍເຫຼືອດັ່ງກ່າວໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີໃຫ້ບັນດາພາກສ່ວນທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້-ສົ່ງຂ່າວການນຳໃຊ້ເຄື່ອງ ແລະ ເງິນດັ່ງກ່າວໃຫ້ມີຄວາມໂປ່ງໃສ ໄປຮອດໄປເຖິງເປົ້າໝາຍ ສອດຄ່ອງກັບເນື້ອໃນຈິດໃຈຂອງການຊ່ວຍເຫຼືອຢ່າງແທ້ຈິງ.

ໃນໂອກາດດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ປະກອບສ່ວນເຮັດໃຫ້ການປະຕິບັດພາລະກິດຕ້ານພະຍາດໂຄວິດ-19 ຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ເວົ້າລວມ ເວົ້າສະເພາະແມ່ນສະ ເໜີໃຫ້ບັນດາພາກສ່ວນທີ່ເຂົ້າມອບການຊ່ວຍເຫຼືອ ຈົ່ງຊ່ວຍປຸກລະດົມ ອະທິບາຍຊີ້ແຈງໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຂອງເຊື້ອພະຍາດໂຄວິດ-19 ລວມທັງ ເຫດຜົນ ແລະ ຄວາມຈຳເປັນທີ່ລັດຖະບານຕ້ອງວາງນະໂຍບາຍຕ່າງໆ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ພ້ອມທັງສະເໜີໃຫ້ເອົາໃຈໃສ່ຄຸ້ມຄອງ ເບິ່ງແຍງ ດູແລພະນັກງານເຫຼົ່ານັ້ນໃຫ້ມີສຸຂະພາບແຂງແຮງ ປອດໄພຈາກເຊື້ອພະຍາດຕ່າງໆ ເຂົ້າຮ່ວມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ລັດເຮົາ.

ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ກໍ່ຄືພາຍໃນ ສປປ ລາວ ລວມທັງຄວາມຄືບໜ້າ ການແກ້ໄຂຂໍ້ຄົງຄ້າງ-ສິ່ງທ້າທາຍທີ່ພວກເຮົາກຳລັງປະເຊີນ. ເຖິງຢ່າງໃດກໍ່ດີ ລັດຖະບານກໍ່ຍັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ບວກກັບບົດ ຮຽນ ປະສົບການ ມູນເຊື້ອອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ ໄດ້.

# ຂ່າວ & ພາບ : ໄຊບັນດິດ