ຮ່ອງແກ ເພີ່ມທະວີປະຕິບັດຄໍາສັ່ງເລກທີ 15/ນຍ

    ທ່ານ ສິງສຸພົມ ໂຄດປັນຍາ ນາຍບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 4ພຶດສະພາ 2021 ວ່າ:

    ນັບແຕ່ໄດ້ຮັບຄໍາສັ່ງເລກທີ 15/ນຍ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ແຈ້ງການສະບັບເລກທີ 15 ຂອງເຈົ້າເມືອງໄຊເສດຖາ ອໍານາດການປົກຄອງບ້ານຮ່ອງແກກໍຮີບຮ້ອນຜັນຂະຫຍາຍ ແລະ ຂຶ້ນແຜນຈັດຕັ້ງປະຕິບັດ ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດໂຄວິດ-19 ຂັ້ນບ້ານຂຶ້ນ ປະກອບມີ 5 ທ່ານ ເພື່ອຜັດປ່ຽນກັນປະຈໍາການແຕ່ລະມື້ ພ້ອມນັ້ນ ຍັງໄດ້ແຕ່ງຕັ້ງອ້າຍນ້ອງຈຸປ້ອງກັນຍາມຈຸດເຂົ້າ-ອອກບ້ານສອງຈຸດຢ່າງເຂັ້ມງວດ ເນື່ອງຈາກວ່າຢູ່ບ້ານຮ່ອງແກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 2 ຄົນ ເຊິ່ງໄດ້ແຈ້ງເປັນຄົນພັກເຊົາຊົ່ວຄາວ ດັ່ງນັ້ນ ພວກເຮົາໄດ້ປິດຈຸດບໍລິເວນສີແດງບໍ່ໃຫ້ມີຄົນເຂົ້າ-ອອກ ພ້ອມນັ້ນ ໄດ້ເອົາໃຈໃສ່ໂຄສະນາປະຊາສໍາພັນບັນດາຄໍາສັ່ງ ຄໍາແນະນໍາ ແລະ ມາດຕະການຕ່າງໆຂອງຂັ້ນເທິງໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນປະຕິບັດ ສ່ວນບັນດາທາງຮ່ອມ ທາງຊອຍທີ່ໂທລະໂຄ່ງບໍ່ຮອດບໍ່ເຖິງ ກໍໄດ້ໄດ້ຕິດເຄື່ອງສຽງໃສ່ລົດເພືີ່ອໂຄສະນາຕາມຈຸດດັ່ງກ່າວ ຄຽງຄູ່ກັນນັ້ນ ໄດ້ແນະນໍາໃຫ້ປະຊາຊົນເຮັດອະນາໄມ ເນື່ອງຈາກວ່າໃນໄລຍະຝົນນີ້ ມັກເກີດມີພະຍາດໄຂ້ຍຸງລາຍ ແນໃສ່ໃຫ້ປະຊາຊົນພາຍໃນບ້ານມີຄວາມປອດໄພ ປາສະຈາກພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ.

    ໂອກາດນີ້ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນພາຍໃນບ້ານຮ່ອງແກຈົ່ງມີສະຕິ ພ້ອມກັນເອົາໃຈໃສ່ປ້ອງກັນຕົວເອງດ້ວຍການໃສ່ຜ້າອັດປາກ-ອັດດັງ ໝັ່ນລ້າງມື ແລະ ໃນໄລຍະປະຕິບັດຄໍາສັ່ງເລກທີ 15/ນຍ ນີ້ ໃຫ້ອອກຈາກບ້ານເຮືອນໜ້ອຍທີ່ສຸດ ຈົນກວ່າຈະມີຄໍາສັ່ງປ່ຽນແປງໃໝ່.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!