ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານນາງ ລໍາພອຍ ສີ ອັັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ທ່ານ ສາລະພິດ ສູນວໍລະວົງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ຜູ້ໃໝ່ ຈັດຂຶ້ນວັນທີ 5 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
ອີງຕາມຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຍົກຍ້າຍພະນັກງານ ສະບັບເລກທີ 012/ຈນວ ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ ອີງຕາມໜັງສືແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 55/ຄຈສພ ອີງຕາມມະຕິກອງປະຊຸມຄັ້ງປະຖົມມະລືກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ວ່າດ້ວຍການເລືອກຕັ້ງຮອງສະພາປະຊາຊົນນະຄອນຫຼວງວຽງຈັນ ສະບັບເລກທີ 012/ສປນວ ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 398/ຄຈນວ ເຈົ້າຄອງນະຄອນຫຼວງວງຈັນ ອອກຄໍາສັ່ງຍົກຍ້າຍ ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄປປະຈໍາການຢູ່ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ໄດ້ຕົກລົງແຕ່ງຕັ້ງທ່ານ ສາລະພິດ ສູນວໍລະວົງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ.


# ຂ່າວ – ພາບ : ຂັນທະລີ ພິມມະສອນ