ດ່ວນ ! ໃຫ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ເປັນເວລາອີກ 14 ວັນ

    ທ່ານ ກິແກ້ວ ໄຂຄໍາພິທູນ ຮອງຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ຖະແຫຼງຂ່າວການສືບຕໍ່ເພີ່ມທະວີຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ວັນທີ 4 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ເຊິ່ງທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຄວາມຕື່ນຕົວຂອງປະຊາຊົນ ໃນການປະຕິບັດມາດຕະການປ້ອງກັນຕົນເອງ ພ້ອມນັ້ນ ຍັງໄດ້ແນະນໍາອ້າຍເອື້ອຍນ້ອງ ລູກຫຼານໃນການປະຕິບັດມາດຕະການ ພ້ອມນັ້ນ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນກ້ອນກໍາລັງ ປກສ-ປກຊ ແລະ ແພດໝໍທີ່ໄດ້ສຸມທຸກກຳລັງ ແລະ ເຫື່ອແຮງຂອງຕົນໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດເມື່ອຍ ພ້ອມນັ້ນ ພວກເຮົາຍັງໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກບັນດາຫ້າງຮ້ານ ຫົວໜ່ວຍທຸລະກິດ ບໍລິສັດ ຕະຫຼອດຮອດປະເທດອ້າຍນ້ອງ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ເພື່ອຕອບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. 

    ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ລັດຖະບານ ກໍຄືຄະນະສະເພາະກິດໂຄວິດ-19 ຈະໄດ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ເລີ່ມແຕ່ວັນທີ 6-20 ພຶດສະພາ 2021 ສະນັ້ນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ພະນັກງານ ທະຫານ ຕໍາຫຼວດ ຕ້ອງພ້ອມກັນປະຕິບັດມາດຕະການຕາມຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ ຂອບໃຈມາຍັງບັນດາຫ້າງຮ້ານ ຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອວັດຖຸ ປັດໄຈ ແລະ ອຸປະກອນຕ່າງໆຕອບໂຕ້ການລະບາດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ຍັງສະແດງຄວາມຂອບໃຈຕໍ່ການປະຕິບັດໜ້າທີ່ຂອງທີມງານແພດໝໍ ທະຫານ ຕໍາຫຼວດ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຜິດຊອບສູງ ແລະ ອື່ນໆ.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!