ທະນາຄານຮ່ວມທຸລະກິດລາວ-ຫວຽດ ມອບເຄື່ອງຊ່ວຍເຫຼືອທາງການແພດໃຫ້ກະຊວງສາທາ ໃນການປ້ອງກັນໂຄວິດ-19

    ວັນທີ 3 ພຶດສະພາ 2021 ຢູ່ທີ່ຫ້ອງການກະຊວງສາທາລະນະສຸກ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ມອບເຄື່ອງຊ່ວຍເຫຼືອທາງການແພດໃຫ້ແກ່ກະຊວງສາທາລະນະສຸກ ເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາງໜ້າມອບໂດຍທ່ານ ຫງວຽນ ດຶກ ຫວູ ຜູ້ອຳນວຍການໃຫຍ່ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍແຂກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ  ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີຜ້າອັດປາກ ເຫຼົ້າຂ້າເຊື້ອ ເຄື່ອງວັດແທກອຸນຫະພູມ ແລະ ອື່ນໆ ລວມມູນຄ່າ 101.840.000 ກີບ. 

    ໄລຍະຜ່ານມາ LaoVietBank ໄດ້ມີການປະຕິບັດຢ່າງເຄັ່ງຄັດ ບັນດາທິດຊີ້ນຳຂອງລັດຖະບານ ກໍຄືທະນາຄານແຫ່ງ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໃນນັ້ນ LaoVietBank ໄດ້ມີມາດຕະການຮັບປະກັນຄວາມປອດໄພໃຫ້ກັບພະນັກງານ ລູກຄ້າ ແລະ ຊຸມຊົນເປັນສຳຄັນ ສ່ວນຢູ່ສຳນັກງານໃຫຍ່ ສາຂາ ແລະ ໜ່ວຍບໍລິການໃນທົ່ວປະເທດ ແມ່ນມີການຈັດສັນໃຫ້ມີການວັດແທກອຸນຫະພູມ ສີດຢາຂ້າເຊື້ອຢ່າງເປັນປະຈຳ ອີກທັງຍັງແນະນຳໃຫ້ລູກຄ້າທີ່ເຂົ້າໃຊ້ບໍລິການ ປະຕິບັດຕາມຂໍ້ກຳນົດໃນການປ້ອງກັນການລະບາດພະຍາດ ດ້ວຍການໃສ່ຜ້າອັດປາກ ແລະ ລ້າງມືກ່ອນເຂົ້າໃຊ້ບໍລິການ. 

    ເວົ້າສະເພາະ ພະນັກງານໃນທົ່ວລະບົບຂອງ LaoVietBank ແມ່ນມີການປະຕິບັດການປ່ຽນກັນເຮັດວຽກຢູ່ເຮືອນ ແລະ ມີການແຍກຈຸເຮັດວຽກ ພະນັກງານ 100% ໃນເວລາເຮັດວຽກຢູ່ທະນາຄານ ແມ່ນໃສ່ຜ້າປິດປາກ ເຮັດທຸລະກຳໂດຍຜ່ານແຜ່ນກັ້ນໃສ ແລະ ມີການຮັກສາໄລຍະຫ່າງເມື່ອເວລາເຮັດທຸລະກຳໃຫ້ລູກຄ້າ. ນອກຈາກນັ້ນ LaoVietBank ຍັງໄດ້ມີການສົ່ງເສີມ ແລະ ປຸກລະດົມໃຫ້ພະນັກງານໃນທົ່ວລະບົບ ເປັນເຈົ້າການໃນການສັກວັກຊີນ ມາຮອດປັດຈຸບັນ ພະນັກງານພວກເຮົາໄດ້ສັກຢາວັກຊີນເຂັມທຳອິດແລ້ວເກືອບ 230 ຄົນ ສ່ວນເຂັ້ມທີສອງ ໄດ້ສັກວັກຊີນແລ້ວເກືອບ 70 ຄົນ ກວມອັດຕາເຖິງ 75% ຂອງຈຳນວນພະນັກງານທັງໝົດ ສ່ວນໃນກໍລະນີທີ່ຍັງເຫຼືອ ແມ່ນບັນດາພະນັກງານທີ່ກຳລັງຖືພາ ແລະ ເງື່ອນໄຂສຸຂະພາບຍັງບໍ່ທັນສາມາດເຂົ້າຮັບການສັກວັກຊີນໄດ້ ເຊິ່ງຄາດວ່າຮອດທ້າຍເດືອນພຶດສະພາ 2021 ພະນັກງານເຫຼົ່ານັ້ນຈະໄດ້ຮັບວັກຊີນຕໍ່າສຸດ 98% ຂອງຈຳນວນພະນັກງານທັງໝົດ.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!