ໃນວັນທີ 4 ພຶດສະພານີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໄດ້ລົງເຄື່ອນໄຫວກວດກາ-ຕິດຕາມ ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ແລະ 242 ກອງບັນຊາການທະຫານເມືອງສີໂຄດຕະບອງ ແລະ ກອງຮ້ອຍ 02 ທີ່ຂື້ນກັບກອງພັນ 511 ທະຫານນະຄອນຫຼວງວຽງຈັນ.


ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຮັບຟັງການລາຍງານຈຸດພິເສດ ແລະ ທີ່ຕັ້ງສະພາບການເຄື່ອນ ໄຫວຈັດຕັ້ງຕິບັດວຽກງານການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດຂອງພະຍາດໂຄວິດ-19 ຈາກຄະນະບັນຊາແຕ່ລະກົມກອງ ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ຄະນະບັນຊາແຕ່ລະກົມກອງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບຕ້ານກັບພະຍາດໂຄວິດ- 19 ໃຫ້ເຂັ້ມງວດ ສືບຕໍ່ເຮັດໜ້າທີ່ການເມືອງຂອງກົມກອງ ໃນການຕິດຕາມກວດກາບໍລິເວນຊາຍແດນຕາມຂອບເຂດຮັບຜິດຊອບຂອງຕົນຢ່າງໃກ້ຊິດ ໂດຍຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວປ້ອງກັນເວນຍາມທາງນໍ້າ ແລະ ທາງບົກ ຕະຫຼອດ 24 ຊົ່ວໂມງຢ່າງເຄັ່ງຄັດ ແລະ ປະສານສົມທົບ ກໍາແໜ້ນກັບກຳລັງທຸກພາກສ່ວນອ້ອມຂ້າງທີ່ກ່ຽວຂ້ອງ ໃນຂອບເຂດທີ່ຕົນຮັບຜິດຊອບ ເຮັດໜ້າທີ່ເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນລັກລອບຂ້າມຕາມບໍລິເວນຊາຍແດນໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຢ່າງເດັດຂາດ ຈົ່ງພ້ອມກັນຕັ້ງໜ້າເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອຮັບປະກັນການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
# ຂ່າວ – ພາບ : ແສງດາລາ ໄຊຍະລາດ ນັກຂ່າວທະຫານນະຄອນຫຼວງວຽງຈັນ