ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ສ້າງ​ຂົວນໍ້າພະນາຍ

    ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ເປັນຂົວເບຕົງເສີມເຫຼັກແບບແໜ້ນໜາຖາວອນ ເມື່ອວັນທີ 3 ພຶດສະພາ 2021 ຜ່ານມານີ້ ຄະນະຮັບຜິດຊອບການກໍ່ສ້າງ ໂດຍມີທ່ານ ບົວຈັນ ອ້ວນສະຫວັນ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ທ່ານ ພຸດສະດຸ ອິນທະວົງ ປະທານບໍລິສັດ ມາລີນີ ຈໍາກັດ ໃນນາມຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍວິຊາການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ.

    ໂຄງການກໍ່ສ້າງຂົວດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 4,7 ຕື້ກວ່າກີບ ໂດຍແມ່ນທຶນສົມທົບຂອງກອງທຶນທາງຫຼວງແຫ່ງຊາດ 80% ເທົ່າກັບ 3,8 ຕື້ກວ່າກີບ ແລະ ບໍລິສັດມາລີນີ 20% ເທົ່າກັບ 950 ລ້ານກວ່າກີບ ລວງຍາວຂອງຂົວ 25 ແມັດ ລວງກວ້າງ 12 ແມັດ ກໍານົດເວລາໃນການກໍ່ສ້າງ 1 ປີ ໂດຍມອບກົມຂົວທາງເປັນເຈົ້າຂອງໂຄງການ.

    ຂົວຂ້າມນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຫັກພັງລົງຄັ້ງຫຼ້າສຸດໃນວັນທີ 9 ເມສາ 2021 ຜ່ານມາ ອົງການປົກຄອງເມືອງທຸລະຄົມ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໄດ້ຮີບຮ້ອນລາຍງານໃຫ້ອົງການປົກຄອງແຂວງວຽງຈັນຮັບຊາບ ແລະ ມີທິດຊີ້ນໍາ ເພື່ອວາງແຜນສ້ອມແປງຂົວໃຫ້ນໍາໃຊ້ໄດ້ເປັນປົກກະຕິ ເຊິ່ງນັບແຕ່ຂົວນ້ຳພະນາຍໄດ້ຫັກລົງ ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກໃນການເດີນທາງຜ່ານທາງເວັ້ນສໍາຮອງ ລົດກໍມີຄວາມແອອັດ ການໄປມາຊັກຊ້າ ການນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຫັນຄວາມຫຍຸ້ງຍາກຂອງຜູ້ເດີນທາງ ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວເມືອງທຸລະຄົມ ແລະ ປະສານງານຢ່າງໃກ້ສິດກັບອົງການປົກຄອງແຂວງ ເພື່ອດໍາເນີນການເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງຮັບຜິດຊອບການກໍ່ສ້າງຂົວຄືນໃໝ່ໃນເວລາອັນຄວນ ເນື່ອງຈາກປັດຈຸບັນ ເສັ້ນທາງເລກ 10 ຂອບເຂດເມືອງທຸລະຄົມ ແມ່ນມີລົດໜັກ ແລະ ລົດເບົາທຽວຜ່ານກາຍເປັນຈໍານວນຫຼາຍໃນແຕ່ລະວັນ.

    ສະນັ້ນ ມາໃນວັນທີ 31 ມີນາ 2021 ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ເປັນຂົວເບຕົງເສີມເຫຼັກແບບແໜ້ນໜາຖາວອນ ແລະ ໄດ້ຕົກລົງໃຫ້ບໍລິສັດ ມາລີນີ ຈໍາກັດ ຜູ້ດຽວຮັບເໝົາການກໍ່ສ້າງ.

# ຂ່າວ – ພາບ :  ບຸນມີ ສີວິໄລ

error: Content is protected !!