ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 3 ພຶດສະພາ 2021 ວ່າ

ທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 966 ຄົນ ໃນນີ້ ມີຜູ້ຕິດເຊື້ອໃໝ່ຈຳນວນ 33 ຄົນ (ກໍລະນີຢັ້ງຢືນທີ 934-966) ບໍ່ມີຜູ້ເສຍຊີວີດ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ 60 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະ ນະສະເພາະກິດກຳນົດໄວ້ໃນຕ່ລະແຂວງຈຳນວນ 906 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 598 ຄົນ (ໃໝ່ 16) ແຂວງຈຳປາສັກ 121 ຄົນ (ໃໝ່ 4) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7) ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3) ແຂວງຫຼວງພະບາງ 13 ຄົນ ແຂວງວຽງຈັນ 13 ຄົນ ແຂວງສາລະວັນ 7 ຄົນ ແຂວງຫຼວງນ້ຳທາ 6 ຄົນ ແຂວງອຸດົມໄຊ 8 ຄົນ (ໃໝ່ 3) ແຂວງຜົ້ງສາລີ 3 ຄົນ ແຂວງໄຊຍະບູລີ 3 ຄົນ ແຂວງບໍລິຄຳໄຊ 3 ຄົນ ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ເຊິ່ງຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ການວີເຄາະກວດຊອກຫາເຊື້ອພະຍາດໂຄວີດ-19 ໃນວັນທີ 2 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.810 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ຈຳນວນ 33 ຄົນ ໃນນັ້ນ ມີນະຄອນຫຼວງ 16 ຄົນ ຈຳປາສັກ 4 ຄົນ ບໍ່ແກ້ວ 7 ຄົນ ອຸດົມໄຊ 3 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມ ທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນ ທີ່ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອນໂທປະສານຫາທ່ານ ດຣ.ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:

1. ນາງ ພູເງີນ 16 ປີ
2. ທ້າວ ແອນ້ອຍ ພັນທະມູນ
3. ນາງ ຟາ ແສງຄຳຍອງ 35 ປີ
ໃຫ້ບຸກຄົນດັ່ງກ່າວ ຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານ ເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈຫຼົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.
# ຂ່າວ – ພາບ : ຊິລິການດາ