ສອງພາກສ່ວນ ປະກອບສ່ວນວັດຖຸປັດໄຈໃຫ້ເມືອງໄຊທານີ ເພື່ອປ້ອງໂຄວິດ-19

    ເພື່ອເປັນການປະກອນສ່ວນໃນການຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງໃນຂອບເຂດທົ່ວປະເທດໃຫ້ຫຼຸດລົງ ແລະ ໝົດໄປຈາກປະເທດລາວ ດັ່ງນັ້ນ ວັນທີ 3 ພຶດສະພາ 2021 ພຣະອາຈານ ໜູຜ່ອຍ ສຸວົງຄຳຈັນ ເຈົ້າອະທິການວັດສີບນເຮືອງ ໄດ້ນຳເອົາເງິນຈຳນວນ 10 ລ້ານກີບ ແລະ ທ່ານ ບຸດທະນົງ ຊົງຈັກສິນ ເຈົ້າຂອງຄຣີນິກ ທ່ານໝໍ ບຸດທະນົງ ຊົງຈັກສິນ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນຳເອົາຜ້າອັດປາກ-ດັງ ແລະ ເຈວລ້າງມື ມູນຄ່າ 1.300.000 ກີບ ມາມອບໃຫ້ຄະນະສະເພາະກິດປ້ອງກັນ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມືອງໄຊທານີ ກ່າວຮັບໂດຍທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ. 

    ໂອກາດນີ້ ທ່ານເຈົ້າເມືອງກໍໄດ້ສະແດງຄວາມຂອບໃຈມາຍັງສອງພາກສ່ວນທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງວຽກງານການປ້ອງກັນ ແລະ ຕ້ານຂອງພະຍາດໂຄວິດ-19 ຈະນຳເອົາເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຍກສູງສຸດ ພ້ອມນັ້ນ ກໍໄດ້ລາຍງານສະພາບການລະບາດຂອງພະຍາດດັ່ງກ່າວຢູ່ເມືອງໄຊທານີວ່າ ປັດຈຸບັນທົ່ວເມືອງມີຜູ້ຕິດເຊື້ອ 40 ຄົນ ໃນ 18 ບ້ານ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!