ຄະນະນຳເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບສະພາການຄ້າ ແລະ ອຸດສະຫະກຳ ປະຈຳເມືອງ ແລະ ນັກທຸລະກິດໜຸ່ມພາຍໃນເມືອງຫາດຊາຍຟອງ ໄດ້ພ້ອມພາກັນລະດົມສົມທົບທຶນຈຳນວນໜຶ່ງ ແລະ ຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອສັງຄົມໃນຍາມວິກິດ ເພຶ່ອຕ້ານ ພະຍາດໂຄວິດ-19 ທີ່ມີການລະບາດຢ່າງໜັກໃນປັດຈຸບັນ ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຄະນະນຳຂອງນັກທຸລະກິດພາຍໃນເມືອງ ຈຶ່ງໄດ້ນຳເງິນທີ່ຮ່ວມສົມທົບທຶນ ໄປຊື້ເຄື່ອງຂອງບໍລິໂພກ ໄດ້ແກ່ເຂົ້າສານ ອາຫານແຫ້ງ ປາກະປ໋ອງ ໝີ່ສຳເລັດຮູບ ແລ້ວນຳມາແພັກເພື່ອບັນຈຸໃສ່ຖົງຢາງຊິບເປັນຊຸດ ລວມທັງໝົດ 485 ຊຸດ ລວມມູນຄ່າ 27 ລ້ານກີບ ເພື່ອນຳໄປມອບໃຫ້ແຕ່ລະບ້ານພາຍໃນເມືອງຫາດຊາຍຟອງ ແລ້ວໃຫ້ນຳໄປແຈກຢາຍຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກການລະບາດເຊື້ອພະຍາດໂຄວິດ-19 ໃຫ້ໄດ້ຮັບຢ່າງທົ່ວເຖິງ ການລົງມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ມີຂຶ້ນວັນທີ 3 ພຶດສະພາ 2021 ນຳພາໂດຍທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມຄະນະ ແລະ ນັກທຸລະກິດໜຸ່ມພາຍໃນເມືອງຫາດຊາຍຟອງ.

ສຳລັບຈຸດທີ່ໄດ້ມອບເຄື່ອງໃຫ້ ມີບ້ານຄໍາຈະເລີນ ໜ່ວຍກູ້ໄພ 1624 ປະຈຳເມືອງຫາດຊາຍຟອງ ບ້ານດົງຄຳຊ້າງ ບ້ານດອນດູ່ ບ້ານດົງຄຳຊ້າງ ແລະ ໜ່ວຍກູ້ໄພ 1623 .


# ຂ່າວ – ພາບ : ຂັນທະວີ