
ສະມາຄົມຮ່ວມໃຈອາສາສະໝັກ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສືບຕໍ່ການຮ່ວມມືພັດທະນາຄວາມອາດສາມາດໃຫ້ກັບຊາວໜຸ່ມ ພາຍໃຕ້ໂຄງການມີສ່ວນສົ່ງເສີມການມີສ່ວນຮ່ວມຢູ່ຂັ້ນທ້ອງຖິ່ນ 6 ແຂວງເປົ້າໝາຍຄື: ບໍ່ແກ້ວ ຊຽງຂວາງ ວຽງຈັນ ຄຳມ່ວນ ສະຫວັນນະເຂດ ແລະ ສາລະວັນ ນອກນັ້ນຍັງມີອົງການຈັດຕັ້ງສັງຄົມ (CSOs) ແລະ ອີກ 3 ແຂວງຄື: ຫົວພັນ ເຊກອງ ແລະ ອັດຕະປື ລວມເປັນ 9 ແຂວງເປົ້າໝາຍຂອງໂຄງການໃນໄລຍະ 2 ປີ (2020-2021).

ການເຝິກອົບຮົມດັ່ງກ່າວ ຈັດຂຶ້ນວັນທີ 11-19 ມີນາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ບີຢາ ຢາທໍ່ຕູ້ ຄະນະເລຂາທິການ ຫົວໜ້າກົມພັດທະນາວິຊາຊີບສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ທ່ານ ທິໂບ ຮັງເກ ຜູ້ອຳນວຍການອົງການອ໊ອກສະຟາມ ປະຈຳລາວ ແລະ ທ່ານ ນາງ ຟານເຊັດສ໌ກາ ອາລາໂຕ ຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈຳລາວ ມີບັນດາເລຂາ ຮອງເລຂາຊາວໜຸ່ມແຂວງ ຮອງປະທານສະພາປະຊາຊົນ ແລະ ອາສາສະໝັກຊາວໜຸ່ມ 6 ແຂວງເປົ້າໝາຍ ແລະ ຄູ່ຮ່ວມງານຈາກອົງການຈັດຕັ້ງສາກົນກ່ຽວຂ້ອງເຂົ້າຮ່ວມ.