ໂຮງໝໍພາກສະໜາມລ້ານຊ້າງ ພ້ອມທີ່ຈະຮອງຮັບ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19

    ໂຮງໝໍພາກສະໜາມລ້ານຊ້າງ ໄດ້ກໍ່ສ້າງ ແລະ ຕິດຕັ້ງອຸປະກອນສຳເລັດແລ້ວພາຍໃນໄລຍະເວລາ 7 ວັນ ເພື່ອໃຊ້ເປັນສະຖານທີ່ຮອງຮັບ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ທີ່ອາດຈະມີຈຳນວນທີ່ເພີ່ມຂຶ້ນ ໂຮງໝໍພາກສະໜາມດັ່ງກ່າວ ມີຈຳນວນຕຽງທັງໝົດ 306 ຕຽງນອນ ແລະ ຍັງຈະສາມາດເພີ່ມຕຽງເຂົ້າເປັນ 450 ຕຽງ. 

    ວັນທີ 3 ພຶດສະພາ 2021 ຢູ່ເດີ່ນກິລາໃນຮົ່ມລ້ານຊ້າງອິນທຣາ ມີພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງໝໍພາກສະໜາມລ້ານຊ້າງ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາບໍລິສັດທີ່ຮ່ວມກັນໃນການຫັນສະຖານທີ່ຫຼີ້ນກິລາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານທີ່ຮີບດ່ວນທີ່ສຸດ ເລັ່ງດ່ວນທີ່ສຸດ ແລະ ຈຳເປັນທີ່ສຸດ ທີ່ເກີດຂຶ້ນຢູ່ບ້ານເມືອງຂອງພວກເຮົາ ເຊິ່ງສະແດງໃຫ້ເຫັນເຖິງການເສຍສະຫຼະອັນສູງສົ່ງ ສະແດງເຖິງການຕື່ນຕົວປະກອບສ່ວນອັນສຳຄັນຂອງຕົນເອງເຂົ້າໃນພາລະກິດຂອງບ້ານຂອງເມືອງໃນເວລາທີ່ຈຳເປັນ ອັນນີ້ ກໍ່ສະແດງເຖິງນ້ຳໃຈຮັກບ້ານເກີດເມືອງນອນ ຮັກປະເທດຊາດ ຮັກລະບອບໃໝ່ຂອງພວກເຮົາ ໃນການຊ່ວຍເຫຼືອເຜື່ອແຜ່ໃຫ້ປະຊາຊົນເຮົາໃຫ້ພົ້ນອອກຈາກໄພອັນຕະລາຍ. 

    ໂຮງໝໍພາກສະໝາມລ້ານຊ້າງ ຕັ້ງຢູ່ບ້ານດອນກອຍ  ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນຳຢ່າງໃກ້ຊິດ ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາຈາກການນຳ ອ້າຍນ້ອງພະນັກງານ ທັງຈາກສູນກາງ ນະຄອນຫຼວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫຼືອຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ AIF ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດ ຜູ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະຫານ ນວ ບໍລິສັດທີ່ຮັບກໍ່ສ້າງ ບໍລິສັດອະນາໄມ PS ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນໃນສະໜາມຮົບຕ້ານໂຄວິດຄັ້ງນີ້ ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ໄດ້ຖືກກໍ່ສ້າງຂຶ້ນເພື່ອຮັບໃຊ້ສັງຄົມ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!