ໂຮງໝໍພາກສະໜາມ ເດີ່ນກີລາລ້ານຊ້າງ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໄດ້ 303 ຄົນ

    ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສູກນະຄອນຫຼວງວຽງຈັນ ໃນນາມຄະນະຮັບຜິດຊອບຄຸ້ມຄອງ ແລະ ປະສານງານໂຮງໝໍພາກໜາມເດີ່ນກີລາລ້ານຊ້າງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 2 ພືດສະພາ 2021 ວ່າ: 

    ການສ້າງໂຮງໝໍພາກສະໜາມແຫ່ງນີ້ ເພື່ອເປັນສະຖານທີ່ຮອງຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນກໍລະນີຂັ້ນເບົາບາງ ເຊິ່ງປະກອບມີຕຽງນອນທັງໝົດ 303 ຕຽງ ໃນນີ້ ໄດ້ແຍກເປັນເຂດ A ແລະ ເຂດ B ພ້ອມນັ້ນ ໄດ້ປະກອບທີມແພດຈາກໂຮງໝໍ 9 ຕົວເມືອງໃນທົ່ວນະຄອນຫຼວງວຽງຈັນ ສົມທົບກັບພະຍາບານສາດ ແລະ ນັກສຶກສາ ມວສ ໂດຍເລືອກເອົາປີສຶກສາສຸດທ້າຍ ມາປະກອບເປັນທີມງານພາກສະໜາມ ສະນັ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງແພດໝໍມີຄວາມສະດວກສະບາຍ ແລະ ຮັບປະກັນຄວາມປອດໄພຈາກເຊື້ອໂຄວິດ-19 ນັ້ນ ພວກເຮົາໄດ້ມີການຈັດສັນເປັນອັນລະອຽດຄື:  ເຂດສີຂຽວ ກໍານົດເປັນເຂດປ້ອງກັນບູຄະລາກອນທາງການແພດທີ່ຮັບໃຊ້ຄົນເຈັບໃຫ້ມີຄວາມປອດໄພ ເຂດສີແດງ ກໍານົດເປັນເຂດຕິດຕາມອາການປິ່ນປົວຄົນເຈັບ ແລະ ເຂດສີເຫຼືອງ ເປັນເຂດອະເຊື້ອ ຫຼື ຂ້າເຊື້ອ ຂອງທີມງານແພດໝໍພາຍຫຼັງທີ່ຕິດຕາມອາການຂອງຄົນເຈັບ ສໍາລັບໂຮງໝໍແຫ່ງດັ່ງກ່າວ ຈະເລີ່ມເປີດໃຫ້ບໍລິການແຕ່ວັນທີ 3 ພຶດສະພາ 2021 ເປັນຕົ້ນໄປ. 

    ທ່ານ ໄຊຍະວົງ ດວງມະນີ ໃຫ້ຮູ້ຕື່ມອີກວ່າ: ເພື່ອຄວາມປອດໄພຂອງທີມງານແພດໝໍຢູ່ໃນໂຮງໝໍພາກສະໜາມເດີ່ນກີລາລ້ານຊ້າງນີ້ ພວກເຮົາໄດ້ມີການຈັດແພດໝໍເຂົ້າປະຈໍາການເປັນທີມ ແລະ ຈະມີການໝູນວຽນຜັດປ່ຽນກັນເປັນແຕ່ລະທີມ ເຊິ່ງທີມ 1 ບັນຈຸບຸຄະລາກອນປະມານ 7-10 ຄົນ ໃນນີ້ ຈະເຂົ້າປະຈໍາການປະມານ 14 ວັນ ຫຼັງຈາກນັ້ນ ຕ້ອງໄປຈໍາກັດໂຕເອງ 14 ມື້ ຕາມລະບຽບທີ່ທາງອົງການອະນາໄມໂລກຄືຂອງກົມປິ່ນປົວໄດ້ກໍານົດໄວ້.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!