ກວດກາຄວາມພ້ອມ ໂຮງໝໍພາກສະໜາມເພື່ອຮັບເອົາຜູ້ຕິດເຊື້ອໂຄວິດ-19 ມາປິ່ນປົວ

    ວັນທີ 2 ພຶດສະພາ 2021 ທ່ານ ອາດສະພັງທອງ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງກວດກາຄວາມຄືບໜ້າ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງການກໍ່ສ້າງໂຮງໝໍພາກສະໜາມເດີ່ນກີລາລ້ານຊ້າງ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປີດນໍາໃຊ້. 

    ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ຫົວໜ້າຄະນະຮັບຜິດຊອບປະສານງານການກໍ່ສ້າງໂຮງໝໍພາກສະໜາມເດີ່ນກີລາລ້ານຊ້າງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ໂດຍໄດ້ຮັບການຊີ້ນໍາຈາກຄະນະລັດຖະບານ ກໍຄືນະຄອນຫຼວງວຽງຈັນ ໃນການສ້າງສະຖານທີ່ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ດັ່ງນັ້ນ ເຫັນວ່າເດີ່ນກີລາລ້ານຊ້າງເປັນສະຖານທີ່ໜຶ່ງທີ່ມີອາກາດປອດໂປ່ງ ກວ້າງຂວາງ ເໝາະສົມແກ່ການສ້າງໂຮງໝໍພາກສະໜາມ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 26 ເມສາ 2021 ເປັນຕົ້ນມາ ໂດຍມີບໍລິສັດ ແລະ ທຸກພາກສ່ວນໃນສັງຄົມໃຫ້ການຊ່ວຍເຫຼືອ ເຮັດໃຫ້ການກໍ່ສ້າງມາຮອດປັດຈຸບັນໃກ້ສໍາເລັດ 100% ແລະ ພ້ອມເປີດຮັບເອົາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ເຂົ້າມາປິ່ນປົວໃນວັນທີ 3 ພຶດສະພາ 2021.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!