ປັດຈຸບັນ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະມື້ ດັ່ງນັ້ນ ບັນດາບຸກຄົນ ນິຕິບຸກຄົນ ບໍລິສັດ ຫ້າງຮ້ານ ແລະ ຜູ້ປະກອບການທຸລະກິດຕ່າງໆ ໄດ້ພ້ອມກັນປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ເປັນຕົ້ນແມ່ນເງິນສົດ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນແພດ ພ້ອມນັ້ນຍັງໄດ້ສຸມເຫື່ອເທແຮງເຂົ້າໃນການທໍາຄວາມສະອາດອະນາໄມ ແລະ ສີດຢາຂ້າເຊື້ອໃນສະຖານທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແນໃສ່ເປັນການປະກອບສ່ວນຕອບໂຕ້ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ວັນທີ 30 ເມສາ 2021 ບໍລິສັດອະນາໄມ ພີເອັສ (PS) “ທີມອະນາໄມມືອາຊີບ” ໄດ້ນໍາພາທີມງານປະກອບສ່ວນຊ່ວຍເຫຼືອລ້າ ໃນການອະນາໄມທໍາຄວາມສະອາດສະຖານທີ່ສູນຈໍາກັດບໍລິເວນຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ໃຊ້ຈໍາກັດບໍລິເວນຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ຍັງຖືກສ້າງເປັນໂຮງໝໍພາກສະໜາມ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການຂັ້ນເບົາບາງຕື່ມອີກ ເຊິ່ງການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີ ມີນໍ້າໃຈໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຈະພ້ອມກັນຜ່ານຜ່າປາສະຈາກເຊື້ອພະຍາດໂຄວິດ-19 ໃນໄວໆນີ້.
# ຂ່າວ – ພາບ : ຂັນທະວີ