ສປປ ລາວ ວັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ 112 ຄົນ

     ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 2 ພຶດສະພາ 2021 ວ່າ: ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ 3.091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 34 ຕົວຢ່າງ ແຂວງວຽງຈັນ 3 ຕົວຢ່າງ ຈໍາປາສັກ 11 ຕົວຢ່າງ ບໍ່ແກ້ວ 60 ຕົວຢ່າງ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ) ສະຫວັນນະເຂດ 3 ຕົວຢ່າງ ບໍລິຄໍາໄຊ 1 ຕົວຢ່າງ ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ  933 ຄົນ ບໍ່ມີຜູ້ເສຍຊີວີດ ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ 882 ຄົນ ເຊິ່ງຄົນເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບູນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

    ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງ ຈຳປາສັກ ບໍ່ແກ້ວ ສະຫວັນນະເຂດ ແຂວງວຽງຈັນ ແລະ ບໍລິຄຳໄຊ ແມ່ນລ້ວນແຕ່ມີປະຫວັດສຳຜັດໃກ້ຊິດກັບກໍລະນີຕິດເຊື້ອພາຍໃນແຂວງຂອງຕົນ ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59 ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປ ລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າ ເຊັ່ນ: ຮ້ານຄາຣາໂອເກະ ໄດມອນ ຮ້ານຄາຣາໂອເກະ 8118 ຮ້ານເບຍ Funny 89 ພັບ ມາລີນາ ຮ້ານອາຫານມານາແມະ ສວນນ້ຳໄອເຕັກ (ງານປາຕີສະນ້ຳ) ຮ້ານຄາຣາໂອເກະວີກຕໍ ສາມແຍກນາໄຊ ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ ຮ້ານຂາຍຂອງກິນສຸກຕະຫຼາດໂພນຕ້ອງ ເມືອງຈັນທະບູລີ ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ ເມືອງສັງທອງ ບໍລິສັດໄຟ້າລາວ ໜອງບຶກ ນະຄອນຫຼວງວຽງຈັນ ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ ກອງສິລະປະກອງທັບໂພນເຄັງ ຮ້ານ ບິກຊີແຖວທາດຫຼວງ ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ ອາພາດເມັນ  3 Y ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ຕະຫຼາດໂພນຕ້ອງຈອມມະນີ.

error: Content is protected !!