ກຸ່ມໂຮງງານຜະລິດນໍ້າກ້ອນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ແກ່ນະຄອນຫຼວງ

    ວັນທີ 1 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກຸ່ມໂຮງງານຜະລິດນໍ້າກ້ອນ ນະຄອນຫຼວງວຽງຈັນ ມອບເຄື່ອງຊ່ວຍເຫຼືອ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ ນໍ້າດື່ມ 200 ແພັກ ມູນຄ່າ 4.600.000 ກີບ ນອກນັ້ນ ຍັງມີສະເປຂ້າເຊື້ອ 920 ກ່ອງ ແລະ ເຈວລ້າງມື 350 ກ່ອງ ລວມມູນຄ່າ 18.000.000 ກີບ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!