ເຈົ້າຄອງ ແລະ ລມຕ ກະຊວງສາທາ ໃຫ້ທິດຊີ້ນໍາການກໍ່ສ້າງໂຮງໝໍພາກສະໜາມເດີ່ນກີລາລ້ານຊ້າງ

    ວັນທີ 1 ພຶດສະພາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ ແລະ ທ່ານ ບຸນແຜງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະສະສຸກ ພ້ອມຄະນະ ໄດ້ລົງກວດກາຄວາມພ້ອມຮອບດ້ານ ໃຫ້ແກ່ການສ້າງໂຮງໝໍພາກສະໜາມ ເດີ່ນກີລາລ້ານຊ້າງ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. 

    ການລົງກວດກາຄັ້ງນີ້ ເພື່ອເປັນການຊຸກຍູ້ ແລະ ໃຫ້ທິດຊີ້ນໍາແກ່ບັນດາແພດໝໍ ແລະ ບຸຄະລາກອນທີ່ຈະປະກອບເຂົ້າໃນການປະຕິບັດໜ້າທີ່ໃຫ້ມີຄວາມພຽງພໍ ພ້ອມນັ້ນ ຍັງໄດ້ກວດກາຄວາມເປັນລະບຽບຮຽບຮ້ອຍດ້ານຕ່າງໆ ລວມໄປເຖິງການຮັກສາຄວາມປອດໄພຕື່ມອີກ ເຊິ່ງເດີ່ນກີລາລ້ານຊ້າງ ບ້ານດອນກອຍ ເປັນອີກສະຖານທີ່ໜຶ່ງທີ່ມີສິ່ງອໍານວຍຄວາມສະດວກ ແລະ ໄດ້ຖືກກຳນົດສ້າງໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະມື້.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!