ວັນທີ 30 ເມສາ 2021 ຜ່ານມາ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຕິດຕາມເບີ່ງສະຖານທີ່ຄວາມພ້ອມດ້ານຕ່າງໆຂອງໂຮງຮຽນ ມ ຕົ້ນ ດອນສະຫວ່າງ ບ້ານໜອງພົງ ເມືອງຫາດຊາຍຟອງ ເພື່ອທີ່ຈະນຳໃຊ້ສະຖານທີ່ດັ່ງກ່າວເປັນບ່ອນກັກໂຕຊົ່ວຄາວ ຂອງຜູ້ທີ່ມີກໍລະນີຄວາມສ່ຽງທີ່ໄດ້ສຳຜັດ ຫຼື ໃກ້ຊິດ ກັບຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ຢູ່ພາຍໃນເມືອງຫາດຊາຍຟອງ ແມ່ນໃຫ້ສາມາດນຳຕົວບຸກຄົນດັ່ງກ່າວມາກັກບໍລິເວນຊົ່ວຄາວເປັນເວລາ 14 ວັນໄດ້ ຢູ່ສະຖານທີ່ໂຮງຮຽນ ມ ຕົ້ນ ດອນສະຫວ່າງ ຕາມທີ່ເຈົ້າໜ້າທີ່ ແລະ ຄະນະສະເພາະກິດປ້ອງກັນຕ້ານ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ໄດ້ກຳນົດໃຫ້

ໂອກາດດັ່ງກ່າວ ທ່ານ ເຈົ້າເມືອງຫາດຊາຍຟອງກໍໄດ້ນຳເອົານ້ຳດື່ມຈຳນວນໜື່ງ ໝີ່ສໍາເລັດຮູບ ຜ້າປິດປາກ-ດັງ ແລະ ນ້ຳຢາຂ້າເຊື້ອພະຍາດປະສົມເຫຼົ້າ 90 ໄປມອບໃຫ້ເຈົ້າໜ້າທີ່ທີ່ກຳລັງປະຕິບັດໜ້າທີ່ປະຈຳການເພື່ອປ້ອງກັນຢູ່ສູນກັກບໍລິເວນຊົ່ວຄາວ ໃຫ້ໄດ້ນຳໃຊ້ ແລະ ໃຫ້ມີມາດຕະການໃນການປ້ອງກັນເຊື້ອພະຍາດ ໃນໄລຍະທີ່ມີການລະບາດຢ່າງຮ້າຍແຮງ ຈາກນັ້ນ ທ່ານເຈົ້າເມືອງກໍ່ໄດ້ເລາະກວດກາສຳຫຼວດຕິດຕາມເບີ່ງສະພາບຂອງແຕ່ລະຫ້ອງທີ່ຈະນຳໃຊ້ໃຫ້ເປັນຫ້ອງກັກຕົວ ຊົ່ວຄາວ ຂອງຜູ້ທີ່ມີຄວາມສ່ຽງໄດ້ອາໄສຢູ່ ເປັນຕົ້ນ ການຈັດລະບຽບຕຽງນອນໃນແຕ່ລະຫ້ອງໃຫ້ມີຄວາມເໝາະສົມ ບໍ່ໃຫ້ແອອັດ ລວມທັງການຕິດຕັ້ງອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ເຊັ່ນ ພັດລົມ ດອກໄຟຢູ່ແຕ່ລະຫ້ອງ ໃຫ້ມີແສງສະຫວ່າງ ສະດວກ ແລະ ມີຄວາມປອດໄພ ນອກນັ້ນ ການນຳໃຊ້ຫ້ອງນ້ຳຕ່າງໆ ກໍ່ໃຫ້ແຍກເປັນຫ້ອງນ້ຳຍີງ-ຊາຍ ເພື່ອຄວາມເປັນລະບຽບ ແລະ ປ້ອງກັນ ເວັ້ນໄລຍະຫ່າງ ໃສ່ຜ້າປິດປາກ ແລະ ລ້າງມືດ້ວຍນຳຢາຂ້າເຊື້ອທີ່ມີເຫຼົ້າ ເພື່ອເປັນການຈຳກັດເຊື້ອ ແລະ ທັງຍັງສາມາດຢັບຢັ້ງປ້ອງກັນເຊື້ອພະຍາດນັ້ນບໍ່ໃຫ້ກະຈາຍໄປທົ່ວເປັນບໍລິເວນກ້ວາງ

ນອກຈາກນັ້ນ ທ່ານເຈົ້າເມືອງຍັງໄດ້ແນະນຳໃຫ້ຜູ້ທີ່ມາພັກຢູ່ຊົ່ວຄາວໃນສະຖານທີ່ນີ້ ເຊີ່ງຈະມີບຸກຄົນຈຳນວນຫຼາຍທີ່ຈະຕ້ອງໄດ້ເຂົ້າມາຮັບການກັກຕົວເອງຢູ່ແຫ່ງນີ້ ໃຫ້ທຸກຄົນຕ້ອງໄດ້ເອົາໃຈໃສ່ຊ່ວຍກັນປະຕິບັດຕາມລະບຽບການເພື່ອຄວບຄຸມພະຍາດບໍ່ໃຫ້ມີການລະບາດເພີ່ມ ແລະ ຕ້ອງໄດ້ເອົາໃຈໃສ່ໃນການເຮັດອະນາໄມປັດກວາດ ເພື່ອຮັກສາຄວາມສະອາດຊ່ວຍກັນ ເຊີ່ງນອກຈາກຈະປ້ອງພະຍາດໂຄວິດ-19 ແລ້ວ ຍັງເປັນການປ້ອງກັນພະຍາດຕາມລະດູການໄປພ້ອມໆກັນອີກດ້ວຍ.

# ຂ່າວ & ພາບ ນັກຂ່າວເມືອງຫາດຊາຍຟອງ
.