ເພື່ອປະຕິບັດຕາມທິດຊີ້ນຳຂອງ ທ່ານເຈົ້ເມືອງຫາດຊາຍຟອງ ແລະ ຄະນະສະເພາະກິດ ເພື່ອຄວບຄຸມ ປ້ອງກັນ ຕ້ານແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນເມືອງຫາດຊາຍຟອງ ທີ່ໄດ້ກຳນົດເອົາໂຮງຮຽນ ມ ຕົ້ນ ດອນສະຫວ່າງ ບ້ານໜອງພົງ ໃຫ້ເປັນສະຖານກັກຕົວຂອງຜູ້ຄົນທີ່ມີຄວາມສ່ຽງຈາກການສຳຜັດ ຕິດເຊື້ອພະຍາດໂຄວິດ-19 ແລະ ແຮງງານຄົນລາວທີ່ກັບມາຈາກປະເທດໃກ້ຄຽງ ເພື່ອເຂົ້າມາພັກເຊົາຮັບການກວດເຊື້ອ ກັກຕົວຊົ່ວຄາວ 14 ວັນ ເພື່ອກັ່ນຕອງເຊື້ອພະຍາດບໍ່ໃຫ້ລະບາດເພີ່ມ.

ວັນທີ 31 ເມສາ 2021 ຜ່ານມາ ຢູ່ທີ່ສູນດັ່ງກ່າວແມ່ນໄດ້ມີການສ້າງຂະບວນການເຮັດອະນາໄມທຳຄວາມສະອາດໃນຂອບເຂດບໍລິເວນພື້ນທີ່ຂອງສູກກັ່ນຕອງເຊື້ອພະຍາດບໍ່ໃຫ້ຮົກເຮື້ອ ເຊີ່ງນຳພາໂດຍທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ພ້ອມດ້ວຍຄະນະນຳຂອງເມືອງ ປະຊາຊົນ ແລະ ຊາວໜຸ່ມໄວໜຸ່ມຂອງບ້ານໜອງພົງ

ສຳລັບການອອກແຮງງານ ແມ່ນໄດ້ພ້ອມພາກັນຕັດຫຍ້າຢູ່ພາຍໃນຂອບເຂດເດີ່ນ ປັດກວາດອະມາໄມ ສ້າງໃຫ້ເດີ່ນມີຄວາມສະອາດ ເປົ່າແປນ ໃຫ້ມີອາກາດປອດໂປ່ງ ຖ່າຍເທດີ ທັງນີ້ກໍ່ເພື່ອເປັນການກະກຽມຄວາມພ້ອມຕາມການຊີ້ນຳຂອງເຈົ້າເມືອງ ເພື່ອຮອງຮັບໃຫ້ແກ່ຜູ້ທີ່ມີຄວາມສ່ຽງຈາກການຕິດເຊື້ອ ໃຫ້ເຂົ້າຮັບການກັກຕົວຢູ່ຈຸດດຽວ ເພື່ອຈະໄດ້ກວດຫາເຊື້ອ ແລະ ຄວບຄຸມບໍ່ໃຫ້ກະຈາຍເຊື້ອຢູ່ໃນຊຸມຊົນອີກຕໍ່ໄປ.

# ຂ່າວ & ພາບ ນັກຂ່າວເມືອງຫາດຊາຍຟອງ: