ຕະຫຼາດກະສິກຳອິນຊີ ນະຄອນຫຼວງວຽງຈັນ ເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19

    ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ເດີ່ນ​ສຸນ​ການ​ຄ້າ​ລາວ-ໄອ​ເຕັກ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ຂາຍ​ຕອນ​ເຊົ້າ ເວ­ລາ 5:30-13:00 ໂມງ ຂອງ​ທຸກ​ອາ­ທິດ ໃນ​ວັນ​ພຸດ ແລະ ວັນ​ເສົາ ໄລ­ຍະ​ທີ່​ມີ​ພະ­ຍາດ​ໂຄ​ວິດ-19 ລະ­ບາດ​ຢູ່​ນີ້ ຄະ­ນະ​ກຳ­ມະ­ການ​ໄດ້​ເອົາ­ໃຈ­ໃສ່​ປ້ອງ​ກັນ​ໂຄ​ວິດ ແມ່​ຄ້າ ແລະ ລູກ​ຄ້າ​ທີ່​ເຂົ້າ​ຕະ­ຫຼາດ ຕ້ອງ​ກວດ​ອຸນ­ຫະ­ພູມ ລ້າງ​ມື​ດ້ວຍ​ເຈວ ຜ້າ​ປິດ​ປາກ ໃສ່​ຖົງ­ມື ໂຕະ​ຂາຍ­ເຄື່ອງ​ຫ່າງ​ກັນ ໃຫ້​ຄວາມ​ຮູ້ ແລະ ອື່ນໆ ທັງ​ນີ້​ກໍ​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ທັງ​ແມ່​ຄ້າ ແລະ ລູກ​ຄ້າ.

error: Content is protected !!