ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 31 ເມສາ 2021 ວ່າ: ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 57 ສູນ ມີຜູ້ຈໍາກັດບໍລິເວນທັງໝົດ 3.576 ຄົນ ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

ສຳລັບລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 64 ຄົນ (ກໍລະນີຢັ້ງຢືນທີ 758-821) ເຊິ່ງຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ ອຸດົມໄຊ ແລະ ແຂວງສາລະວັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອໃນແຂວງຂອງເຂົາເຈົ້າ ສ່ວນ 49 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59 ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາຣາໂອເກະ ໄດມອນ ຮ້ານຄາຣາໂອເກະ 8118 ຮ້ານເບຍ Funny 89 ພັບ ມາລີນາ ຮ້ານອາຫານມານາແມະ ສວນນ້ຳໄອເຕັກ (ງານປາຕີສະນ້ຳ) ຮ້ານຄາຣາໂອເກະວີກຕໍ ສາມແຍກນາໄຊ ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ ຮ້ານຂາຍຂອງກິນສຸກຕະຫຼາດໂພນຕ້ອງ ເມືອງຈັນທະບູລີ ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ ເມືອງສັງທອງ ບໍລິສັດໄຟ້າລາວ ໜອງບຶກ ນະຄອນຫຼວງວຽງຈັນ ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ ກອງສີລະປະກອງທັບໂພນເຄັງ ຮ້ານບິກຊີແຖວທາດຫຼວງ ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ ອາພາດເມັນ 3 Y ບ້ານ ໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ຕະຫຼາດໂພນຕ້ອງຈອມມະນີ.
# ຂ່າວ – ພາບ : ຂັນທະວີ