ວັນນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນລາວເພີ່ມອີກ 64 ກໍລະນີ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ນາງ ບົວເທບ ພູມີນ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ໂຄວິດ-19 ຖະແຫຼງຂ່າວວັນທີ 31 ເມສາ 2021ວ່າ: 

    ວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.003 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນ ໃນນີ້ນະຄອນຫຼວງ 49 ຄົນ ຈຳປາສັກ 13 ຄົນ ອຸດົມໄຊ 1 ຄົນ ແລະ ສາລະວັນ 1 ຄົນ ມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ ບໍ່ມີຜູ້ເສຍຊີວີດ ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 770 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 557 ຄົນ (ໃໝ່ 49) ຈຳປາສັກ 106 ຄົນ (ໃໝ່ 13) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ສະຫວັນນະເຂດ 25 ຄົນ ບໍ່ແກ້ວ 31 ຄົນ ສາລະວັນ 6 ຄົນ (ໃໝ່ 1)  ອຸດົມໄຊ 5 ຄົນ (ໃໝ່ 1) ຫຼວງນ້ຳທາ 6 ຄົນ ວຽງຈັນ 10 ຄົນ (ຄົນເຈັບຂອງແຂວງວຽງຈັນ 1 ຄົນ ມາປີ່ນປົວໃນ ນະຄອນຫຼວງວຽງຈັນ) ຜົ້ງສາລີ 3 ຄົນ ຫຼວງພະບາງ 14 ຄົນ ໄຊຍະບູລີ 3 ຄົນ ບໍລິຄຳໄຊ 2 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ເຊິ່ງຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ

# ຂ່າວ – ພາບ :  ຂັນທະວີ

error: Content is protected !!