ສູນກາງສະຫະພັນກຳມະບານລາວ ຈັດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ-19

    ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ ໄດ້ນໍາພາພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນວັນທີ 29 ເມສາ 2021 ໂດຍມີແພດໝໍຈາກໂຮງໝໍເສດຖາທິຣາດ ໄປສັກໃຫ້ຢູ່ສູນກາງສະຫະພັນກໍາມະບານລາວ ໂດຍມີຄະນະນຳ ສະມາຊິກກຳມະບານອ້ອມຂ້າງເຂົ້າຮ່ວມ.

    ການສັກວັກຊິນຄັ້ງນີ້ ເປັນເຂັມທໍາອິດ ເພື່ອສ້າງພູມຄຸ້ມກັນໃຫ້ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ໃນທ່າມກາງທີ່ພະຍາດໂຄວິດ-19 ລະບາດໃນທົ່ວໂລກ ກໍຄືຢູ່ລາວ ນອກຈາກນີ້ ຍັງຖືເປັນຂະບວນການໜຶ່ງເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 135 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2021 ).

    ໂອກາດນີ້ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກ່າວວ່າ: ເຖິງວ່າປີນີ້ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ບໍ່ສາມາດຈັດກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 135 ປີ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ປະຕິບັດຕາຄຳສັ່ງຂອງນາຍົກລັດຖະມົນຕີ ເລກ ທີ 15 ລົງວັນທີ 21 ເມສາ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແຕ່ສູນກາງກໍາມະບານໄດ້ແນະນໍາໃຫ້ອົງການຈັດຕັ້ງກໍາມະບານລາວແຕ່ລະຂັ້ນນໍາໃຊ້ສື່ອອນລາຍເຜີຍແຜ່ກ່ຽວກັບມູນເຊື້ອວັນກໍາມະກອນສາກົນ ໃຫ້ສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານໃນທ້ອງຖິ່ນ ກໍຄືອົງການຈັດຕັ້ງຂອງຕົນໄດ້ຮັບຮູ້ຢ່າງຕໍ່ເນື່ອງ ພ້ອມກັນນີ້ ທ່ານໄດ້ຝາກມາຍັງສະມາຊິກກຳມະບານ ກໍຄືກຳມະກອນ ແລະ ຜູ້ອອກແຮງງານທຸກຄົນໃນທົ່ວປະເທດ ຈົ່ງເອົາໃຈໃສ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີຄັ້ງນີ້ໃຫ້ເຂັ້ມງວດທີ່ສຸດ ເພື່ອຮັບປະກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ຂະຫຍາຍໃນ ສປປ ລາວ ກວ້າງຂວາງໄປກວ່ານີ້.

# ຂ່າວ – ພາບ :  ບຸນມີ

error: Content is protected !!