ເຖິງແມ່ນວ່າທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດວ້ຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ມາໄດ້ຫຼາຍວັນແລ້ວກໍຕາມ ແຕ່ກໍຍັງພົບວ່າບາງຂໍ້ຫ້າມຍັງມີການລະເມີດຢູ່ ໂດຍສະເພາະຂໍ້ຫ້າມທີ 6 ໄດ້ລະບຸໄວ້ວ່າ: ຫ້າມສວຍໂອກາດກັກຕຸນແລະຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກເປັນຕົ້ນຜ້າປິດປາກ-ດັງ ນ້ຳຢາລ້າງມື ຢາປົວພະຍາດ ອຸປະກອນການແພດ ເຂົ້າ ອາຫານ ນ້ຳດື່ມ ແລະ ອື່ນໆ ທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ.

ເພື່ອແກ້ໄຂບັນຫານີ້ ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປສກ ນະຄອນຫຼວງວຽງຈັນ (ນວ) ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ໄປກວດກາສະພາບການ ຂາຍເຄື່ອງຢູ່ ບັນດາຕະຫຼາດຂອງ ນວ ເມື່ອບໍ່ດົນມານີ້ ທີ່ຕະຫຼາດສວນມອນ ທົ່ງພານທອງ ໜອງຈັນ ຕະຫຼາດສີຂຽວ ອົກຊີ ຫ້ວຍຫົງ ແລະ ຕະຫຼາດໂພນສະຫວ່າງ.

ຜ່ານການກວດກາເຈົ້າໜ້າທີ່ກໍໄດ້ຮຽກຮ້ອງມາຍັງເຈົ້າຂອງກິດຈະການ ຫົວໜ່ວຍທຸລະກິດຕ່າງໆໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ຢ່າງເຄັ່ງຄັດ ກໍລະນີທີ່ພໍ່ແມ່ປະຊາຊົນ ພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ສາມາດແຈ້ງຫາເຈົ້າໜ້າທີ່ຜ່ານເບີວອດແອັບ 020 28899774 ແລະ ຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນວ ໄດ້ຕະຫຼອດເວລາ.