ຕະຫຼາດໂພສີ ຈະຈັດສັນຄວາມເປັນລະບຽບຕື່ມ ກ່ອນເປີດບໍລິການຄັ້ງໃໝ່

    ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນຕະຫຼາດໂພສີ ນະຄອນຫຼວງພະບາງ ໃຫ້ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຄະນະຮັບຜິດຊອບຕະຫຼາດ ໄດ້ປັບປຸງຈຸດບໍລິການຂາຍ ເຄື່ອງຜູ້ປະກອບການ ແລະ ຈຸດເຂົ້າ-ອອກຂອງຜູ້ມາໃຊ້ບໍລິການຄືນໃໝ່ ເພື່ອບໍ່ໃຫ້ມີຄວາມແອອັດ ທັງເປັນການສ້າງຄວາມສະດວກໃນການຊື້-ຂາຍ. 

    ທ່ານ ວິລັດ ວັນນະດີ ຜູ້ຊ່ວຍບໍລິຫານວຽກງານພາຍໃນຕະຫຼາດໂພສີ ໃຫ້ສຳພາດວັນທີ 28 ເມສາ ຜ່ານມາ ວ່າ: ນັບແຕ່ເກີດມີກໍລະນີຕິດເຊື້ອຢູ່ນະຄອນຫຼວງພະບາງກໍລະນີທຳອິດໃນປີນີ້ ຜູ້ບໍລິຫານວຽກງານພາຍໃນຕະຫຼາດໂພສີ ໄດ້ແຈ້ງໃຫ້ຜູ້ປະກອບການຂາຍເຄື່ອງທຸກຫົວໜ່ວຍ ຢຸດການບໍລິການຂາຍສິນຄ້ານັບແຕ່ວັນທີ 26 ເມສາ 2021 ເປັນຕົ້ນມາ ຈາກນັ້ນ ກໍໄດ້ປະສານງານກັບຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງພະບາງ ເພື່ອຈັດຕັ້ງການສີດຢາຂ້າເຊື້ອພາຍໃນຕະຫຼາດ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຄືນໃໝ່ ເປັນຕົ້ນ ຈຸດເຂົ້າ-ອອກຂອງຜູ້ມາໃຊ້ບໍລິການ ວາງມາດຕະການສໍາລັບຜູ້ທີ່ຈະເຂົ້າໄປໃນຕະຫຼາດທຸກຄົນ ຕ້ອງໃສ່ຜ້າອັດປາກ-ດັງ ພ້ອມທັງຈັດບ່ອນລ້າງມືດ້ວຍນ້ຳສະອາດ-ໃສ່ສະບູ ຫຼື ດ້ວຍນ້ຳຢາຂ້າເຊື້ອ ພາຍຫຼັງທີ່ປັບປຸງ ແລະ ຈັດສັນຄວາມເປັນລະບຽບຮຽບສຳເລັດ ຈະນໍາສະເໜີຄະນະສະເພາະກິດ ເພື່ອກວດກາຄວາມພ້ອມພາຍໃນຕະຫຼາດ ກ່ອນຈະເປີດໃຫ້ປະຊາຊົນເຂົ້າໄປໃຊ້ບໍລິການອີີກຄັ້ງ.

    ສຳລັບຜູ້ປະກອບການຂາຍສິນຄ້າພາຍໃນຕະຫຼາດໂພສີ ປັດຈຸບັນໄດ້ຍ້າຍໄປຂາຍຢູ່ເດີ່ນທາດຫຼວງ ຊົ່ວຄາວ ເພື່ອຫຼຸດຜ່ອນຄວາມແອອັດໃນການບໍລິການ ທັງຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ. 

# ຂ່າວ – ພາບ :  ສະບາໄພ

error: Content is protected !!