ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄໍາເຫັນໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ (1 ພຶດສະພາ 2021) ວ່າ:ເນື່ອງໃນໂອກາດວັນທີ 1 ພຶດສະພາ ວັນກໍາມະກອນ ສາກົນ ທີ່ໄດ້ຈະໝູູນວຽນມາອີກຄັ້ງໜຶ່ງ ເຊິ່ງປີ 2021 ນີ້ ຄົບຮອບ 135 ປີ( 1 ພຶດສະພາ 1886 – 1 ພຶດສະພາ 2021) ວັນກໍາມະກອນສາກົນ ເປັນວັນທີມີຄວາມໝາຍ ແລະ ຄວາມສຳຄັນຕໍ່ຊາວຜູ້ອອກແຮງງານ ເຊິ່ງແຕ່ລະປີ ບັນດາປະເທດຕ່າງໆໃນທົ່ວໂລກ ຈັດກິດຈະກຳສະເຫຼີມສະຫຼອງເພື່ອລະນຶກເຖິງວັນທີ 1 ພຶດສະພາ ປີ 1886 ວັນແຫ່ງຜົນສໍາເລັດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ສາມາດຕໍ່ສູ້ຍາດເອົາສິດ ແລະ ຜົນປະໂຫຍດຈາກນາຍທຶນມາໃຫ້ຊາວຜູ້ອອກແຮງງານໃນທົ່ວໂລກ.

ໃນໂອກາດຂອງວັນທີ່ມີຄວາມໝາຍທາງປະຫວັດສາດນີ້ ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຂໍໃຫ້ທຸກຄົນຈົ່ງມີຄວາມເບີກບານມ່ວນຊື່ນ ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ຢ່າງມີຜົນສຳເລັດ.

ຄືພວກເຮົາຮູ້ນຳກັນແລ້ວວ່າ ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ ເຫດຜົນກໍຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ ຈຶ່ງຈຳເປັນຕ້ອງກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ ໂດຍມີການສ້າງໂຮງຈັກ ໂຮງງານຂຶ້ນຫຼາຍແຫ່ງ ແລະ ມີການຈ້າງກຳມະກອນນັບມື້ນັບເພີ່ມຂື້ນ.

ພວກເຮົາຮູ້ດີວ່າ ພາຍໃຕ້ການປົກຄອງແບບລະບອບນາຍທຶນ ຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ໜັກໜ່ວງຂື້ນ ລັກສະນະຂອງການຂູດຮີບແບບໂດຍກົງສະແດງອອກເຊັ່ນ: ການເຮັດວຽກທີ່ໜັກມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບ ປ້ອງກັນຄວາມປອດໄພຈາກເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ ເຮັດວຽກ 14-15 ຊົ່ວໂມງຕໍ່ມືິ້ ມີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ ແຕ່ຄ່າແຮງງານພັດຕໍ່າ ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ແລະ ສິດທິດ້ານອື່ນໆແມ່ນມີໜ້ອຍ ສາເຫດດັ່ງກ່າວ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງແຮງງານນັບມື້ນັບຮຸນແຮງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ຈຳເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ ເປັນຂະບວນ ພ້ອມກັນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນຫຼາຍຄັ້ງ ເພື່ອທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກ່ວາໝູ່ ແລະ ກຳມະກອນໃນປະເທດອັງກິດໄດ້ຈັດຕັ້ງ “ອົງການກຳມະບານ” ຊຶ່ງເປັນຕົວແທນຂອງຕົນຂຶ້ນເປັນຄັ້ງທຳອິດ ຈາກນັ້ນ ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນໃນເດືອນພະຈິກ 1884 ຢູ່ເມືອງຫຼວງຊິກາໂກ ຂອງປະເທດອາເມຣິກາ ຊົນຊັ້ນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ ຫຼຸດຜ່ອນຊົ່ວໂມງເຮັດວຽກ ຮຽກຮ້ອງ ປຸກລະດົມໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງຊາວເອົາສິດຂອງຕົນ. ຂະບວນການດັ່ັງກ່າວເກີດຂື້ນ ແລະ ລຸກລາມໄປນັບມື້ກ້ວາງຂວາງອອກ.

ຈົນມາຮອດວັນທີ 1 ພຶດສະພາ 1886 ຢູ່ຕົວເມືອງຊິກາໂກ ປະເທດອາເມຣິກາ ກຳມະກອນໄດ້ລວມຕົວກັນດຳເນີນການລຸກຮື້ຂື້ນ ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນທີ່ວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ ໃຫ້ມີເວລາ 8 ຊົ່ວໂມງເພື່ອພັກຜ່ອນ ແລະ 8 ຊົ່ວໂມງເພື່ອການສຶກສາຮໍ່າຮຽນ” ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຈຶ່ງໄດ້ຖືກຮັບຮູ້ວ່າເປັນວັນກໍາມະກອນສາກົນມາເທົ້າທຸກວັນນີ້.

ສຳລັບປະເທດພວກເຮົາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ເປັນພັກຂອງຊົ້ນຊັ້ນກຳມະຊີບ ຫຼືພັກຂອງຊາວຜູ້ອອກແຮງງານລາວ ນັບແຕ່ໃດມາ ທັງກ່ອນ ແລະ ຫຼັງການປະຕິວັດ ຫຼືປົດປ່ອຍປະເທດຊາດ ຈົນເຖິງໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ແນວທາງປ່ຽວແປງໃໝ່ຮອບດ້ານ ຢ່າງມີຫຼັກການເຊັ່ນປັດຈຸບັນ ຍາມໃດ ພັກກໍໃຫ້ການຊີ້ນຳລັດຖະບານ ເພື່ອໃຫ້ເຫັນໄດ້ຄວາມສຳຄັນ ໃຫ້ລະນຶກເຖິງ ແລະ ສະເຫຼີມສະຫຼອງວັນດັ່ງກ່າວມາໂດຍຕະຫຼອດ ຍາມໃດ ພັກກໍໃຫ້ການຊີ້ນຳລັດຖະບານ ເພື່ອໃຫ້ເຫັນໄດ້ຄວາມສຳຄັນ ໃຫ້ລະນຶກເຖິງ ແລະ ສະເຫຼີມສະຫຼອງວັນດັ່ງກ່າວມາໂດຍຕະຫຼອດ ມາປີນີ້ກໍເຊັ່ນດຽວກັນ ເພື່ອເປັນການຄຳນັບຮັບຕ້ອນ ຫ້ອມທັງຮ່ມກັນສະເຫຼີມສະຫຼອງວັນປະຫວັດສາດດັ່ງກ່າວນີ້ ກະຊວງແຮງານ ແລະ ສະຫວັດດີການສັງຄົມ ໃນນາມຂອງລັດຖະບານ ກໍໄດ້ມີການກະກຽມຈັດກິດຈະກຳຕ່າງໆຢ່າງເໝາະສົມ ສຳລັບຂັ້ນກະຊວງ ກໍໄດ້ເຄື່ອນໄຫວພົບປະ ຢ້ຽມຢາມພີ່ນ້ອງຊາວຜູ້ອອກແຮງງານລາວ ໂດຍສະເພາະ ຜູ້ທີ່ເຮັດວຽກໃນຂົງເຂດການຜະລິດຢູ່ຕາມຫົວໜ່ວຍແຮງງານຕ່າງໆ ເພື່ອເປັນການຢື້ຢາມຖາມຂ່າວ ສ້າງຂ້ວນ ແລະ ກຳລັງໃຈໃຫ້ແກ່ເຂົາເຈົ້າ ໃນການຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ພ້ອມດຽວກັນນັ້ນ ກໍເພື່ອໃຫ້ການຊີ້ນຳເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆທາງດ້ານແຮງງານໃຫ້ແກ່ຜູ້ລົງທຶນ ຫຼືຜູ້ໃຊ້ແຮງງານ ເພື່ອໃຫ້ເອົາໃຈໃສ່ປະຕິບັດຕາມຢ່າງເຂັ້ມງວດ ສຳລັບຢູ່ຂັ້ນທ້ອງຖິ່ນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍ່ໄດ້ອອກແຈ້ງການໃຫ້ພະແນກ ຮສສ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດກິດຈະກຳ ໂດຍລົງກວດກາແຮງງານ ຫຼືເປັນລັກສະນະການນຳຂອງແຂວງລົງຢ້ຽມຢາມຫົວໜ່ວຍແຮງງານຄືກັນກັບຢູ່ຂັ້ນສູນກາງ.
ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງທັງສອງຝ່າຍ ທີ່ເປັນຄູ່ຮ່ວມວຽກນຳກັນ ໃນການສ້າງຜົນຜະລິດໃຫ້ແກ່ປະເທດເຮົາ ນັ້ນຄືຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ພວກເຮົາຖືວ່າ ການມີສາຍສຳພັນທີ່ດີຕໍ່ກັນຂອງເຂົາເຈົ້າ ແມ່ນປັດໄຈຕົ້ນຕໍທີ່ຈະກໍ່ໃຫ້ເກີດມີປະລິມານ ແລະ ຄຸນນະພາບຂອງສິນຄ້າ ແລະ ການບໍລິການຢູ່ປະເທດເຮົາ ມັນຈະເປັນການກະຕຸ້ນການຈະເລີນເຕີບໂຕທາງດ້ານເສດຖະກິດຂອງປະເທດເຮົາໄດ້ຢ່າງຍືນຍົງ ແລະ ໝັ້ນຄົງ ເພາະສະນັ້ນ ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານໄດ້ຮ່ວມກັບອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ທັງໃນລະດັບປະເທດພາກພື້ນ ແລະ ລະດັບສາກົນເອົາໃຈໃສ່ໃນການກຳນົດ ສະເໜີ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ ກົດໝາຍ ແລະ ລະບຽບການ ຍຸດທະສາດ ແລະ ແຜນງານຕ່າງໆທາງດ້ານແຮງງານໄດ້ດີ ແລະ ເປັນໜ້າເພິ່ງພໍໃຈ ເຮັດໃຫ້ພວກເຮົາຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍໃນການອອກແຮງງານ ແລະ ສາມາດພ້ອມກັນແກ້ໄຂບັນຫາທາງດ້ານແຮງງານຮ່ວມກັນໄດ້ຢ່າງມີປະສິດທິຜົນ. ຂ້າພະເຈົ້າຂໍສະເໜີບາງຜົນງານໃນແຕ່ລະດ້ານ ທີ່ເປັນເຄື່ອງມື ແລະ ຕົວຊີ້ວັດທາງດ້ານແຮງງານທີ່ພວກເຮົາສາມາດເຮັດໄດ້ໃນສົກປີ 2020-2021 ທີ່ຜ່ານມາ ມິຫຼາຍດ້ານພົ້ນເດັ່ນສະແດງໃຫ້ເຫັນ ມາຮອດປັດຈຸບັນ ສປປ ລາວ ພວກເຮົາຍັງຖືເອົາກົດໝາຍວ່າດ້ວຍແຮງງານ ກົດໝາຍວ່າດ້ວຍການປະກັນສັງຄົມເປັນບ່ອນອີງ ໃນການດຳເນີນການປົກປ້ອງ ແລະ ຄຸ້ມຄອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ນອກຈາກນັ້ນ ຍັງໄດ້ສ້າງນິຕິກຳລຸ່ມກົດໝາຍໄດ້ຫຼາຍສະບັບ ຊຶ່ງເຫັນວ່າໃນສະພາບ ແລະ ເງື່ອນໄຂທີ່ເປັນຢູ່ຂອງປະເທດເຮົາແມ່ນພຽງພໍ ເໝາະສົມໃຫ້ແກ່ການນຳໃຊ້ ໂດຍສະເພາະແມ່ນນິຕິກຳລຸ່ມກົດໝາຍພວກເຮົາມີເຖິງ 10 ກວ່າສະບັບ. ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດບັນດານິຕິກຳເຫຼົ່ານີ້ຢູ່ໃນຫົວໜ່ວຍແຮງງານຕ່າງໆໄດ້ເກືອບ 3000 ຄັ້ງ/ບໍລິສັດ ໃນປີ 2020 ທີ່ຜ່ານມາ (ສຳລັບ 5 ປີກວດໄດ້ 13.417 ຄັ້ງ) ກວມເອົາຜູ້ອອກແຮງງານຫຼາຍກວ່າໜຶ່ງແສນກວ່າຄົນ ຖ້າທຽບເປັນສ່ວນຮ້ອຍຕໍ່ຫົວໜ່ວຍທຸລະກິດທັງໝົດໃນທົ່ວປະເທດທີ່ຂື້ນທະບຽນໄວ້ ເຫັນວ່າຍັງເຮັດໄດ້ໜ້ອຍ (ປະມານ 1,5 ສ່ວນຮ້ອຍ) ແຕ່ເຖິງຢ່າງໃດກໍຕາມ ຖ້າທຽບເປັນສັດສ່ວນຂອງຫົວໜ່ວຍທຸລະກິດທີ່ມີຜູ້ນຳໃຊ້ຜູ້ອອກແຮງງານແຕ່ 10 ຄົນຂື້ນໄປ ຄາດຄະເນວ່າພວກເຮົາສາມາດເຮັດໄດ້ເກືອບ 90%.
ສະຫຼຸບໄດ້ວ່າ ການກວດກາແຮງງານສ່ວນຫຼາຍແມ່ນເນັ້ນໃສ່ທຸລະກິດຂະໜາດກາງ ແລະ ໃຫຍ່ເປັນຕົ້ນຕໍໃນໄລຍະຜ່ານມາ ການກວດຫາແຮງງານແມ່ນເນັ້ນໃສ່ການປະຕິບັດເງື່ອນໄຂອັນເປັນພື້ນຖານໃນການອອກແຮງງານເຊັ່ນ: ການມີກົດລະບຽບການນຳໃຊ້ແຮງງານພາຍໃນ ສັນຍາແຮງງານ ການປະຕິບັດການເບີກຈ່າຍຄ່າແຮງງານ ໂດຍສະະເພາະແມ່ນຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ທີ່ບໍ່ໃຫ້ຕ່ຳ 1.100.000 ກີບ/ຄົນ/ເດືອນ ລວມທັງກວດກາດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ຜ່ານການກວດກາຕົວຈິງ ກໍເຫັນວ່າຫົວໜ່ວຍແຮງງານສ່ວນຫຼາຍປະຕິບັດຕາມກົດໝາຍລະບຽບການໄດ້ດີ ແຕ່ກໍຍັງມີສ່ວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ໃຫ້ການແນະນຳເພີ່ມຕື່ມອີກ. ສຳລັບຂໍ້ຂັດແຍ່ງແຮງງານໃນ 5 ປີຜ່ານມາ ແມ່ນໄດ້ຮັບທັງໝົດ 348 ກໍລະນີ ສາມາດແກ້ໄຂໄດ້ 183 ກໍລະນີ ນໍາເອົາຜົນປະໂຫຍດມາໃຫ້ຜູ້ອອກແຮງງານໄດ້ທັງໝົດ 14,6 ຕື້ກີບ ໂດຍສະເພາະໃນຊ່ວງປີ 2020 ແມ່ນເກີດມີຂໍ້ຂັດແຍ່ງທາງດ້ານແຮງງານອັນເນື່ອງມາຈາກຜົນກະທົບຂອງ ໂຄວິດ 19 ເປັນຈໍານວນຫຼາຍພໍສົມຄວນ ແລະມີຈຳນວນຜູ້ອອກແຮງງານທີ່ເຂົ້າຮ່ວມໃນຂໍ້ຂັດແຍ່ງເປັນຈຳນວນຫຼາຍ ຢ່າງບໍ່ເຄືີບມີມາກ່ອນ ເພາະຜົນກະທົບດັ່ງກ່າວໄດ້ເຮັດໃຫ້ຫົວໜ່ວຍທຸລະກິດຈຳເປັນຕ້ອງໄດ້ໂຈະ ຫຼື ປິດກິດຈະກຳລົງ ຊຶ່ງໄດ້ມີການຍົກເລີກສັນຍາແຮງງານ ຫຼື ເອົາຜູ້ອອກແຮງງານອອກຈາກວຽກເປັນຈຳນວນຫຼາຍພໍສົມຄວນ ພ້ອມດຽວກັນນັ້ນກໍໄດ້ໃຫ້ຄໍາປຶກສາທາງດ້ານກົດໝາຍວ່າດ້ວຍແຮງງານທາງໂທລະສັບ ແລະ ເຂົ້າມາປຶກສາດ້ວຍຕົນເອງຈໍານວນ 2.427 ຄັ້ງ ທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນຫົວໜ່ວຍແຮງງານ ພາຍຫຼັງທີ່ລັດຖະບານໄດ້ອອກດໍາລັດວ່າດ້ວຍວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນປີ 2019 ກະຊວງພວກເຮົາໄດ້ເອົາໃຈໃສ່ເຜີຍແຜ່ໂຄສະນາ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນ ພ້ອມດຽວກັນນັ້ນ ເພື່ອເຮັດໃຫ້ມີການປະກອບສ່ວນລົງທຶນນຳກັນຈາກຫຼາຍພາກສ່ວນ ທັງພາກລັດ ແລະ ພາກເອກກະຊົນເຂົ້າໃນວຽກງານດັ່ງກ່າວ ລັດຖະມົນຕີໄດ້ອະນຸຍາດສັາງຕັ້ງບໍລິສັດຄວາມປອດໄພແຮງງານຂຶ້ນໜຶ່ງແຫ່ງ ແລະ ອະນຸຍາດໃຫ້ສອງໂຮງໝໍ ຄືມະໂຫສົດ ແລະ ມິດຕະພາບ ຮ່ວມມືກັບພາກເອກະຊົນສ້າງຕັ້ງສູນກວດສຸຂະພາບແຮງງານຂື້ນໃນປີ 2020.
ເພື່ອສ້າງສິ່ງອຳນວຍໃຫ້ແກ່ການຄ້າ ການລົງທຶນຂອງປະເທດ ພ້ອມທັງເຮັດໃຫ້ວຽກງານແຮງງານຂອງ ສປປ ລາວ ສາມາດເຊື່ອມໂຍງໄດ້ກັບພາກພື້ນ ແລະ ສາກົນ ພວກເຮົາຍັງໄດ້ເຂົອໃຈໃສ່ປະຕິບັດພັນທະໃນນາມການເປັນປະເທດສະມາຊິກຂອງອົງການແຮງງານສາກົນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍສົນທິສັນຍາຂອງອົງການແຮງງານສາກົນທີ່ພວກເຮົາໄດ້ເປັນພາຄີແລ້ວ ເຂົ້າສູ່ພາກປະຕິບັດຕົວຈິງຢູ່ປະເທດເຮົາໃຫ້ໄດ້ເທື່ອລະກ້າວ ພ້ອມທັງຄົ້ນຄວ້າຄວາມເປັນໄປໄດ້ທີ່ຈະເຂົ້າເປັນພາຄາໃນສົນທິສັນຍາສະບັບອື່ນໆອີກທີ່ເຫັນວ່າມີປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.
ຄືໄດ້ກ່າວມາໃນຕອນຕົ້ນວ່າ ລັດຖະບານໃຫ້ຄວາມສຳຄັນກັບການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດວຽກດ້ານແຮງງານ ໂດຍສະເພາະແມ່ນອົງການ 3 າຍ (ລັດຖະບານ ກໍຄືກະຊວງ ຮສສ ເປັນຄົວແທນ ອົງການຜູ້ຕາງຫນ້າຜູ້ໃຊ້ແຮງງານ ຫຼື ສະຫະພັນກຳມະບານລາວ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ໂດຍສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ) ພວກເຮົາໄດ້ສ້າງຕັ້ງຄະນະກຳມະການສາມຝ່າຍຂັ້ນສູນກາງ ຊຶ່ງໄດ້ຜັດປ່ຽນກັນເປັນເຈົ້າພາບຈັດກອງປະ ຊຸມປຶກສາຫາລືກ່ຽວກັບວຽກງານສາຍພົວພັນແຮງງານຢ່າງເປັນປົກກະຕິ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດບັນດານິຕິກຳ ເປັນຕົ້ນແມ່ນກົດໝາຍ ແລະ ລະບຽບການກ່ຽວກັບແຮງງານແລະ ກໍາລັງສະເໜີສ້າງຕັງຄະນະກຳມະການແຮງງານແຫ່ງຊາດຂື້ນ ຄາດວ່າຈະໄດ້ຮັບການອະນຸມັດຈາກລັດຖະບານໃນປີ 2021 ນີ້.
ສ່ວນວຽກພັດທະນາສີມືແຮງງານ ແລະ ຈັດຫາງານໄລຍະຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມສິດທິ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ເອົາໃຈໃສ່ເປັນຢ່າງດີໃນການປະສານງານ ແລະ ພົວພັນກັບກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວຜູ້ອອກແຮງງານ ເພື່ອຊ່ວຍສ້າງໂອກາດມີວຽກເຮັດງານທໍາ ມີລາຍໄດ້ທີ່ສົມເຫດສົມຜົນ ແລະ ເປັນທຳ ທັງຊ່ວຍຍົກສູງຄຸນນະພາບຂອງງານ ແລະ ຜະລິດຕະພາບຂອງການເຮັດວຽກ ສ້າງໂອກາດແກ່ງແຍ້ງແຂ່ງຂັນກັບຕະຫຼາດແຮງງານໃນພາກພື້ນ ແລະ ສາກົນ ເຊິ່ງມັນສະແດງອອກໃນຜົນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃນໄລຍະແຜນການ 5 ປິ ( 2016 – 2020) ຄື:ດ້ານການພັດທະນາສີມືແຮງງານ, ຝຶກ ແລະ ພັດທະນາສີມືແຮງງານ ໄດ້ທັງໝົດຈໍານວນ 419.264 ຄົນ ຍິງ 184.556 ຄົນ ເທົ່າກັບ 64% ຂອງ 658.080 ຄົນ ຕາມແຜນການ 5 ປີ ໃນນີ້ ຂະແໜງ ກະສິກໍາ-ປ່າໄມ້ 120.497 ຄົນ ຍິງ 47.354 ຄົນ ອຸດສາຫະກໍາ 101.043 ຄົນ ຍິງ 27.724 ຄົນ ແລະ ບໍລິການ 197.724 ຄົນ ຍິງ 109.478 ຄົນ ໄດ້ຮັບຮອງ 13 ສາຂາອາຊີບທີ່ຈະສ້າງເປັນມາດຕະຖານສີມືແຮງງານແຫ່ງຊາດໃນຂະແໜງກະສີກໍາ ໃນນັ້ນໄດ້ສ້າງສຳເລັດ 5 ສາຂາອາຊີບ ເທົ່າກັບ 20% ຂອງ 25 ສາຂາອາຊີບ ຕາມແຜນ 5 ປີ. ທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນຂະແໜງກະສິກໍາ ອຸດສາຫະກໍາ ແລະ ຂະແໜງບໍລິການ ຈໍານວນ 9.582 ຄົນ ຍິງ 3.147 ຄົນ ເທົ່າກັບ 76,66% ຂອງ 12.500 ຄົນ ຕາມແຜນການ 5 ປີ ຈັດຕັ້ງການແຂ່ງຂັນສີມືແຮງງານລະດັບຊາດ 2 ແລະ ເຂົ້າຮ່ວມການແຂ່ງຂັນສີມືແຮງງານລະດັບອາຊຽນ 2 ເຊິ່ງ ສປປ ລາວ ໄດ້ຮັບລາງວັນຊົມເຊີຍ ທີ່ໄດ້ຄະແນນຕາມມາດຕະຖານສີມືແຮງງານດີເດັ່ນຂອງອາຊຽນ ໃນ 5 ສາຂາຊ່າງຄື: ສາຂາປຸ່ງແຕ່ງອາຫານ ຊ່າງກໍ່ ຊ່າງຈອດໂລຫະ ຕັດຫຍິບ ແລະ ຊ່າງກຣາຟິກອອກແບບ ແລະ ໄດ້ຮັບໃບຢັ້ງຢືນສີມືແຮງງານລະດັບອາຊຽນ ໃນສາຂາຊ່າງຕັດຫຍິບເຄື່ອງນຸ່ງ 1 ຄົນ ແລະ ຊ່າງໄມ້ເຄື່ອງເຮືອນ 1 ຄົນ ພ້ອມນີ້ ໄດ້ເຂົ້າຮ່ວມການແຂ່ງຂັນສີມືແຮງງານລະດັບສາກົນໃນສາຂາຊ່າງ ຕັດຫຍິບ ແລະ ຊ່າງ ປຸງແຕ່ງອາຫານ ຕາມໂຄງການ ໜຶ່ງແລວໜຶ່ງເສັ້ນທາງ ທີ່ ສປ ຈີນ ເຊິ່ງສາມາດຍາດໄດ້ໃບຢັ້ງຢືນສີມືແຮງງານດີເດັ່ນລະດັບສາກົນ ໃນສາຂາຊ່າງຕັດຫຍິບເຄື່ອງນຸ່ງ
ດ້າານການຈັດຫາວຽກເຮັດງານທຳນັ້ນ ໄດ້ຊຸກຍູ້ ສົ່ງເສີມ ແລະ ປະສານສົມທົບໃນການສະໜອງແຮງງານເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 559.533 ຄົນ ຍິງ 243.120 ຄົນ ເທົ່າກັບ 78% ຂອງ 716.193 ຄົນ ຂອງແຜນການ 5 ປີ ໃນນີ້ ສະໜອງແຮງງານໃຫ້ຕະຫຼາດແຮງງານຢູ່ພາຍໃນ ໄດ້ 251.974 ຄົນ ຍິງ 82.966 ຄົນ ແລະ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ລວມທັງການປັບສະຖານະພາບແຮງງານລາວຢູ່ໄທ ໄດ້ 307.559 ຄົນ ຍິງ 160.154 ຄົນ ໄດ້ຂຶ້ນທະບຽນອອກບັດໃໝ່ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ທັງໝົດ 134.288 ຄົນ ຍິງ 21.195 ຄົນ ໃນນີ້ ອອກບັດໃໝ່ 86.714 ຄົນ ຍິງ 13.308 ຄົນ ແລະ ຕໍ່ບັດອະນຸຍາດເຮັດວຽກ 47.574 ຄົນ ຍິງ 7.887 ຄົນ ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາ 25.783 ຄົນ ຍິງ 8.559 ຄົນ ຂຶ້ນທະບຽນຕໍາແໜ່ງງານວ່າງໄດ້ 32.472 ຄົນ ຍິງ 9.271 ໄດ້ຂະຫຍາຍຈຸດບໍລິການຈັດຫາງານຈຳນວນ 7 ແຫ່ງ ເທົ່າກັບ 88,88% ຂອງແຜນ 5 ປີ ປັດຈຸບັນມີ 16 ແຫ່ງ ໃນ 16 ແຂວງ ສູນບໍລິການຈັດຫາງານ 01 ແຫ່ງ ມີບໍລິສັດຈັດຫາງານພາຍໃນ ແລະ ສົ່ງໄປຕ່າງປະເທດ ລວມທັງໝົດມີ 34 ບໍລິສັດລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງທັງສອງຝ່າຍ ທີ່ເປັນຄູ່ຮ່ວມວຽກນຳກັນໃນການສ້າງຜົນຜະລິດໃຫ້ແກ່ປະເທດໄດ້ຈັດຕັ້ງປະຕິບັດໂຄງການສ້າງຍຸດທະສາດແຫ່ງຊາດ ສົ່ງເສີມການສ້າງວຽກເຮັດງານທຳໃນຊົນນະບົດ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດ ຢູ່ 2 ເມືອງ ຂອງແຂວງເຊກອງ ແລະ ສືບຕໍ່ຂະຫຍາຍໄປ 2 ເມືອງ ຢູ່ແຂວງສະຫວັນນະເຂດ ຊຶ່ງສາມາດຝຶກໄດ້ ຈໍານວນ 296 ຄົນ ຍິງ 71 ຄົນ.